Homeຂ່າວພາຍ​ໃນທະນາຄານແຫ່ງ ສປປ ລາວ ຈັດຕັ້ງປະຕິບັດນະໂຍບາຍ ເພື່ອຮັກສາສະຖຽນລະພາບເງິນຕາແຫ່ງຊາດ

ທະນາຄານແຫ່ງ ສປປ ລາວ ຈັດຕັ້ງປະຕິບັດນະໂຍບາຍ ເພື່ອຮັກສາສະຖຽນລະພາບເງິນຕາແຫ່ງຊາດ

Published on

ກອງປະຊຸມ ສະພາບໍລິຫານ ທະນາຄານ ແຫ່ງ ສປປ ລາວ (ທຫລ) ຄັ້ງທີ II ໄດ້ຈັດຂຶ້ນ ໃນວັນທີ 16 ສິງຫານີ້ທີ່ ທຫລ, ພາຍໃຕ້ການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານສະພາບໍລິຫານ ທຫລ ຜູ້ວ່າການ ທຫລ ຊຶ່ງມີຮອງປະທານສະພາບໍລິຫານ, ຮອງລັດຖະມົນຕີ, ກໍາມະການສະພາບໍລິຫານ, ຮອງຜູ້ວ່າການ ທຫລ ເຂົ້າຮ່ວມ.

ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ກ່າວໃນກອງປະຊຸມ ສະພາບໍລິຫານ ທະນາຄານ ແຫ່ງ ສປປ ລາວ (ທຫລ) ຄັ້ງທີ II ໃນວັນທີ 16 ສິງຫາ 2023 ນີ້ວ່າ: ນັບແຕ່ກອງປະຊຸມສະພາບໍລິຫານ ທຫລ ຄັ້ງຜ່ານມາ, ທຫລ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການຕ່າງໆ ເພື່ອຮັກສາສະຖຽນລະພາບເງິນຕາແຫ່ງຊາດ, ຮັກສາສະຖຽນສະພາບທາງດ້ານການເງິນ, ລະບົບຊໍາລະສະສາງ ທີ່ຕິດພັນກັບວາລະແຫ່ງຊາດໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຈັດຕັ້ງປະຕິບັດວຽກງານອື່ນໆ ຕາມມະຕິຂອງສະພາບໍລິຫານ ທຫລ ດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ ເປັນຕົ້ນ: ໄດ້ຄົ້ນຄວ້າປັບປຸງຮ່າງກົດໝາຍວ່າດ້ວຍທະນາຄານທຸລະກິດ ແລະ ໄດ້ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX, ຄຳສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ, ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດກ່ຽວກັບການນຳເຂົ້າ-ສົ່ງອອກສິນຄ້າ ແລະ ການບໍລິການ.

ແຕ່ເຖິງຢ່າງໃດກໍຕາມ, ການຈັດຕັ້ງປະຕິບັດຕົວຈິງແມ່ນມີສິ່ງທ້າທ້າຍຫຼາຍດ້ານເປັນຕົ້ນ: ການເພີ່ມຂຶ້ນສູງຂອງລາຄານໍ້າມັນຢູ່ຕະຫຼາດສາກົນ, ຄວາມຜັນຜວນຂອງລາຄາຄໍາ, ຄ່າເງິນສະກຸນຫຼັກຢູ່ຕະຫຼາດສາກົນ ແຂງຄ່າຂຶ້ນ ຊຶ່ງມີຜົນມາຈາກບັນຫາຄວາມຂັດແຍ່ງພູມມີສາດການເມືອງລະຫວ່າງປະເທດມະຫາອຳນາດ ເຮັດໃຫ້ການຮັກສາສະຖຽນລະພາບເງິນຕາແຫ່ງຊາດ ປະສົບກັບບັນຫາຫຼາຍດ້ານ ໂດຍສະເພາະແມ່ນອັດຕາເງິນເຟີ້ຍັງຢູ່ໃນລະດັບສູງ, ອັດຕາແລກປ່ຽນກີບທຽບໃສ່ເງິນໂດລາ ແລະ ທຽບໃສ່ເງິນບາດ ຍັງມີທ່າອ່ຽງອ່ອນຄ່າແຮງ ແລະ ມີສ່ວນຕ່າງກວ້າງອອກ ແລະ ສະພາບຄວາມຕ້ອງການເງິນຕາຕ່າງປະເທດໃນການຊໍາລະກັບຕ່າງປະເທດຂອງ ສປປ ລາວ ຍັງຢູ່ໃນລະດັບສູງ.

ເພື່ອສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຂະແໜງການທະນາຄານ ກອງປະຂຸມຄັ້ງນີ້ຈະໄດ້ຮັບຟັງລາຍງານ ແລະ ຄົ້ນຄວ້າພິຈາລະນາປະກອບຄຳເຫັນໃສ່ເອກະສານທີ່ສຳຄັນ 4 ສະບັບຄື: 1 ບົດສະລຸຖບການເຄື່າອນໄຫວວຽກງານຂອງ ທຫລ 7 ເດືອນຕົ້ນປີ ແລະ ທິດທາງແຜນການ 5 ເດືອນ ທ້າຍປີ 2023, 2 ການຈັດຕັ້ງປະຕິບັດແຜນເງິນຕາ 7 ເດືອນຕົ້ນປີ ແລະ ທິດທາງແຜນການຮອດທ້າຍປີ 2023, 3 ການສະຫຼຸບຂາດຕົວງົບປະມານ ປີ 2022, 4 ການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ ແລະ ຄາດຄະເນ 6 ເດືອນທ້າຍປີ 2023.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...