Homeຂ່າວຕ່າງປະເທດເກີນໄປ! ພະນັກງານສາວຖືກໄລ່ອອກວຽກ ຫຼັງຂໍພັກໄປເບິ່ງແມ່ທີ່ກຳລັງຈະເສຍຊີວິດ

ເກີນໄປ! ພະນັກງານສາວຖືກໄລ່ອອກວຽກ ຫຼັງຂໍພັກໄປເບິ່ງແມ່ທີ່ກຳລັງຈະເສຍຊີວິດ

Published on

ນັບໄດ້ວ່າເປັນກະແສຮ້ອນແຮງໃນອາທິດທີ່ຜ່ານມາ ກ່ຽວກັບກໍລະນີ ພະນັກງານສາວໂຮງແຮມແຫ່ງແຫ່ງໜຶ່ງໃນປະເທດໄທ ຂໍພັກວຽກໄປເບິ່ງແມ່ປ່ວຍເປັນມະເຣັງໄລຍະສຸດທ້າຍທີ່ໃກ້ຈະເສຍຊີວິດແລ້ວ ແຕ່ຫົວໜ້າບໍ່ໃຫ້ພັກວຽກ ແຖມບອກໃຫ້ໄປຂຽນໃບລາອອກ ຈົນເຮັດໃຫ້ສື່ສັງຄົມອອນລາຍຕັ້ງຂໍ້ສົງໄສກ່ຽວກັບບັນຫານີ້.

ທາງດ້ານນາງ ທັນຍາພອນ ທອງບາງໂປ່ງ ອາຍຸ 35 ປີຜູ້ເປັນເອື້ອຍນ້ອງ ພອຍ ໄດ້ເລົ່າວ່າ: ກ່ອນໜ້ານີ້ແມ່ປ່ວຍເປັນໂຣກມະເຣັງຂັ້ນສຸດທ້າຍ ແລະ ມີອາການສຸດໂສມໜັກຄ ຄາດວ່າໜ້າຈະໝົດລົມຫາຍໃຈອີກບໍ່ເທົ່າໃດຊົ່ວໂມງ ຈຶ່ງເຮັດໃຫ້ຜູ້ເປັນລູກໄດ້ຄອບພັກວຽກແບບກະທັນຫັນ ແຕ່ທາງດ້ານຫົວໜ້າກັບຕອບມາວ່າ ໃຫ້ໄປເຮັດວຽກ ແລະ ໃຫ້ໄປຂຽນໃບລາອອກຫຼັງຈາກທີ່ຈັດງານສົບຂອງແມ່ຕົນເອງແລ້ວ.

ໂດຍຫຼ້າສຸດຜູ້ບໍລິຫານຂອງໂຮງແຮມໄດ້ເດີນທາງອອກມາຊີ້ແຈງແລ້ວວ່າ: ເບື້ອງຕົ້ນທາງໂຮງແຮມຈັດງານສົບໃຫ້ສຳເລັດແລ້ວສາມາດກັບໄປເຮັດວຽກໄດ້ປົກກະຕິ ເພາະກ່ອນໜ້ານີ້ເຈົ້າຂອງໂຮງແຮມບໍ່ຮູ້ເລື່ອງທີ່ເກີດຂຶ້ນ ສ່ວນຄົນຊື່ກົບທີ່ເປັນຫົວໜ້າທາງດ້ານໂຮງແຮມໄດ້ມີການປັບປ່ຽນຕຳແໜ່ງເຮັດວຽກໃຫ້ແລ້ວ.

ທັງນີ້ເມື່ອໂພສດັ່ງກ່າວຖືກເຜີຍແຜ່ອອກໄປ ເຮັດໃຫ້ຜູ້ຄົນໃນສື່ສັງຄົມອອນລາຍເຂົ້າມາສະແດງຄວາມຄິດເຫັນເປັນຈຳນວນຫຼາຍ ແລະ ອີກຫຼາຍຄົນເຂົ້າມາໃຫ້ກຳລັງໃຈ ແລະ ສະແດງຄວາມເສຍໃຈກັບເຈົ້າຂອງໂພສ ພ້ອມີການແຊຣ์ຫຼາຍກວ່າ 20,000 ຄັ້ງ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...