spot_img
Homeຂ່າວຕ່າງປະເທດແມ່ຕູ້ ອາຍຸ 94 ປີ ລ້ຽງລູກສາວຝາແຝດ ທີ່ພີການນອນຕິດຕຽງດົນກວ່າ 40 ປີ

ແມ່ຕູ້ ອາຍຸ 94 ປີ ລ້ຽງລູກສາວຝາແຝດ ທີ່ພີການນອນຕິດຕຽງດົນກວ່າ 40 ປີ

Published on

ຄວາມຮັກແມ່ຍິ່ງໃຫຍ່ກວ່າສິ່ງໃດ! ແມ່ຕູ້ ຈ້ອຍ ຈິດຕະລະພິນິດ ອາຍຸ 94 ປີ ລ້ຽງລູກສາວຝາແຝດ ທີ່ພີການມາແຕ່ກຳເນີດນອນຕິດຕຽງດົນກວ່າ 40 ປີ ໂດຍອາໄສຢູ່ບ້ານຫຼັງໜຶ່ງ ທີ່ຢູ່ໝູ່ບ້ານ ດົງພຣະຣາມ ເມືອງປາຈີນບຸລີ ແຂວງປາຈີນບຸລີປະເທດໄທ.

ແມ່ຕູ້ຈ້ອຍຜູ້ເປັນແມ່ເລົ່າວ່າ: ລູກສາວຝາແຝດເປັນໂຣກກະດູກງອກມາຕັ້ງແຕ່ອາຍຸ 6 ປີ ເຮັດໃຫ້ບໍ່ສາມາດຊ່ວຍເຫຼືອໂຕເອງໄດ້ ຈົນຮອດປັດຈຸບັນດູແລເບິ່ງແຍງລູກສາວຝາແຝດທັງຄູ່ດົນກວ່າ 40 ປີແລ້ວໂດຍແຕ່ລະມື້ຈະປ້ອນເຂົ້າ ປ້ອນນ້ຳ ແລະ ເຮັດຄວາມສະອາດ ບໍ່ໃຫ້ເກີດເປັນບາດແຜທັບເສັ້ນ ໃນຊ່ວງທຳອິດ ລູກສາວຄົນທີ 1 ຊື່ວ່າ: ທິດາຣັດ ຫຼື ເລັກ ອາຍຸ 52 ປີ ຈະນອນຢູ່ບ່ອນຢ່າງດຽວບໍ່ສາມາດລຸກໄປໃສໄດ້ ສ່ວນຜູ້ທີ 2 ຊື່ວ່າ: ທັນຍາ ຫຼື ໃຫຍ່ ສາມາດລຸກຍືນໄດ້ ແຕ່ຕ້ອງໄດ້ປະຄອງ ແຕ່ຕໍ່ມາທັງຄູ່ໄດ້ນອນຕິດຕຽງມາຕະຫຼອດ.

ແມ່ຕູ້ຈ້ອຍ ໄດ້ບອກຄວາມຮູ້ສຶກທີ່ມີຕໍ່ລູກທັງສອງວ່າ ຮັກ ແລະ ທະນຸທະນອມດູແລເບິ່ງແຍງລູກຕະຫຼອດເວລາ ແລະ ອີຕົນສົງສານລູກຫຼາຍ ທີ່ລູກສາວຝາແຝດພິການກຳຜ້າພໍ່ມາແຕ່ຍັງນ້ອຍ ພໍ່ເສຍຊີວິດຕັ້ງແຕ່ທັງຄູ່ຢູ່ໃນທ້ອງໄດ້ 3 ເດືອນ ພໍອາຍຸໄດ້ 6 ປີກໍກາຍເປັນຄົນພິການ ຕອນນີ້ແມ່ຕູ້ເອງກໍໂຊມລົງຫຼາຍ ຫູເລີ່ມຟັງຄ່ອຍໄດ້ຍິນ ສ່ວນລາຍໄດ້ກໍໄດ້ຈາກເບີ້ຍລ້ຽງຜູ້ເຖົ້າ ແລະ ເບ້ຍຄົນພິການຂອງຝາແຝດທັງສອງ ແລະ ໄດ້ເຂົ້າກົ້ນບາດຈາກຫຼວງພໍ່ເງິນວັດແກ້ວສາມັກຄີ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...