Homeຂ່າວຕ່າງປະເທດຄົນແຫ່ກັນໄປຂໍເລກກັບໂພນປວກທີ່ຮູບຮ່າງຄ້າຍຄືພະອຸ້ມບາດ

ຄົນແຫ່ກັນໄປຂໍເລກກັບໂພນປວກທີ່ຮູບຮ່າງຄ້າຍຄືພະອຸ້ມບາດ

Published on

ພົບໂພນປວກຂະໜາດໃຫຍ່ ທີ່ມີຮູບຮ່າງຄ້າຍຄືພະອຸ້ມບາດ ເຮັດໃຫ້ປະຊາຊົນເຂດນັ້ນຕ່າງພາກັນໄປຂໍເລກ.

ມີປະຊາຊົນ 2 ຄົນ ຊື່ວ່າ ນາງ ສຸນັນທາ ແລະ ນາງ ເພັງມາ ພົບເຫັນໂພນປວກດັ່ງກ່າວຕັ້ງຢູ່ແຄມທາງ ທີ່ອຳເພີເມືອງ ຈັງຫວັດຂອນແກ່ນ ປະເທດໄທ ເມື່ອໄດ້ມາພົບຕ່າງກໍຖ່າຍຮູບ ແລະ ວິດີໂອເອົາໄວ້ໃນວັນທີ 12 ສິງຫາ ທີ່ຜ່ານມາ ແຕ່ເມື່ອເອົາກັບໄປໃຫ້ຄົນໃນຄອບຄົວເບິ່ງກໍເຫັນພ້ອມກັນວ່າ ໂພນປວກນີ້ ມີລັກສະນະຄ້າຍຄືກັບພະກຳລັງອຸ້ມບາດຢູ່.

ຕໍ່ມາ ຈຶ່ງໄດ້ພາກັນເອົາຂັນ 5 ໄປໄຫວ້ຕາມຄວາມເຊື່ອຖືສ່ວນບຸກຄົນ ແລະ ໄດ້ຂໍໂຊກລາບ ພ້ອມທັງໂຮຍແປ້ງ ເພື່ອຫວັງຫາຕົວເລກໄປສ່ຽງໂຊກ.

ໂດຍ ນາງ ສຸເພັງມາ ກໍກ່າວວ່າ ໂພນປວກນີ້ມີມາດົນແລ້ວ ແຕ່ກ່ອນໜ້ານີ້ທີ່ຕົນເອງເຫັນຍັງບໍ່ເປັນຮູບຮ່າງລັກສະນະແບບນີ້ ແລະ ບໍ່ມີຂະໜາດໃຫຍ່ຊ່ຳນີ້.

ແຫຼ່ງຂ່າວ ພາດ ນະຄອນຂານ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...