Homeຂ່າວຕ່າງປະເທດພົບສິ່ງມີຊີວິດສາຍພັນໃໝ່ ມີແຂນ 20 ຂ້າງ

ພົບສິ່ງມີຊີວິດສາຍພັນໃໝ່ ມີແຂນ 20 ຂ້າງ

Published on

ນັກວິທະຍາສາດ ເທິງເຮືອວິໄຈໃກ້ທະວີບອັງຕາກຕິກ ພົບສັດສາຍພັນໃໝ່ຮູບຮ່າງແປກປະຫຼາດທີ່ຄ້າຍຄືກັບລູກສະຕໍເບີລີ່ ແລະ ມີແຂນ 20 ຂ້າງ.

ໃນວັນທີ 14 ກໍລະກົດ 2023 ອີງຕາມວະລະສານ Invertebrate Systematics ໄດ້ລາຍງານວ່າ: ນັກວິໄຈໄດ້ອອກສຳຫຼວດມະຫາສະມຸດອັງຕາກຕິກ ໃນການສຳຫຼວດຫຼາຍຄັ້ງລະຫວ່າງປີ 2008-2019 ເຊິ່ງພວກເຂົາກຳລັງຄົ້ນຫາກຸ່ມສັດຄົ້ນພົບຍາກ ທີ່ຮູ້ຈັກກັນໃນຊື່ Promachocrinus ຫຼື ດາວຂົນນົກອັງຕາກຕິກ.

ນັກວິໄຈກ່າວວ່າ ກ່າວວ່າ ດາວຂົນນົກອັງຕາກຕິກເປັນສັດຂະໜາດໃຫຍ່ທີ່ສາມາດອາໄສຢູ່ໄດ້ທຸກບ່ອນ ຕັ້ງແຕ່ປະມານ 19,5 – 1.950 ແມັດ ໃນທະເລ ແລະ ມີຮູບລັກສະນະພາຍນອກທີ່ແປກປະຫຼາດ ບໍ່ມີກະດູດສັນຫຼັງ ແລະ ຍັງແຕກຕ່າງຈາກປາດາວໃນທະເລ.

ໃນລະຫວ່າງການສຳຫຼວດ ນັກວິໄຈໄດ້ຮວບຮວມດາວຂົນນົກ 8 ໂຕ ທີ່ມີຮູບຮ່າງໂດດເດັ່ນ ແລະ ຄົ້ນພົບສາຍພັນໃໝ່ທີ່ມີຊື່ວ່າ Promachocrinus fragarius ຫຼື ດາວຂົນນົກສະຕໍເບີລີ່ອັງຕາກຕິກ.

ຜົນການສຶກສາລະບຸວ່າ ດາວຂົນນົກສະຕໍເບີລີ່ອັງຕາກຕິກ ມີແຂນ 20 ຂ້າງ ທີ່ອອກມາຈາກລຳໂຕຂອງມັນ ທີ່ມີລັກສະນະຄ້າຍຄືສະຕໍເບີລີ່ ເຊິ່ງມັນມີຫຼາຍສີເຊັ່ນ ສີມ່ວງ ສີແດງເຂັ້ມ ເປັນຕົ້ນ, ແຕ່ນັກວິໄຈບໍ່ສາມາດລະບຸຂະໜາດໂດຍລວມຂອງສັດຊະນິດນີ້.

ຮູບພາບໄລຍະໃກ້ ສະແດງໃຫ້ເຫັນຮູບຮ່າງຂອງມັນໄດ້ຢ່າງຊັດເຈນ ເຊິ່ງດາວຂົນນົກສະຕໍເບີລີ່ອັງຕາກຕິກ ຖືກພົບໃນທົ່ວມະຫາສະມຸດໃນລະດັບ 64,5 ແມັດ ຫາ 1.152 ແມັດ.

ນອກນີ້ ນັກວິໄຈຍັງໄດ້ບັນທຶກສາຍພັນອື່ນໆຂອງດາວຂົນນົກອັງຕາກຕິກ.

ແຫຼ່ງຂ່າວ NDTV

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...