Homeຂ່າວພາຍ​ໃນກຽມເປີດບໍລິການສາຍສະໜາມບິນວັດໄຕໃນໄວໆນີ້

ກຽມເປີດບໍລິການສາຍສະໜາມບິນວັດໄຕໃນໄວໆນີ້

Published on

ການບໍລິການລົດຮັບ-ສົ່ງ ທີ່ສະໜາມບິນວັດໄຕນະຄອນຫຼວງວຽງຈັນ ໄດ້ຢຸດໃຫ້ບໍລິການໃນເດືອນມີນາ 2020 ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ຄາດວ່າຈະເປີດບໍລິການຄືນໃໝ່ໃນວັນທີ 23 ສິງຫານີ້ ຫຼັງຈາກໄດ້ຢຸດໃຫ້ບໍລິການເປັນເວລາ 3 ປີ.

ໃນວັນທີ 12 ສິງຫາ 2023 ອີງຕາມການແຈ້ງການຈາກເຟສບຸກ ລົດເມນະຄອນຫຼວງວຽງຈັນ ໄດ້ລາຍງານວ່າ: ການບໍລິການລົດເມຮັບ-ສົ່ງ ສະໜາມບິນວັດໄຕ ໂດຍເຊື່ອມຕໍ່ລະຫວ່າງຄິວລົດເມຕະຫຼາດເຊົ້າ ຫາ ສະໜາມບິນສາກົນວັດໄຕ ມີກຳນົດຈະເປີດໃຫ້ບໍລິການຄືນ ໃນວັນທີ 23 ສິງຫານີ້.

ນັບແຕ່ເດືອນມີນາ 2020 ເປັນຕົ້ນມາ, ການບໍລິການລົດເມໂດຍສານປະຈຳສະໜາມບິນວັດໄຕ ນະຄອນຫຼວງວຽງຈັນ ແລະ ລົດເມໂດຍສານອື່ນໆ ໄດ້ຢຸດໃຫ້ບໍລິການເພື່ອຄວາມປອດໄພຂອງຜູ້ໂດຍສານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.

ການຕັດສິນ​ໃຈ​ເປີດ​ບໍລິການ​ລົດ​ເມ​ຮັບ​-ສົ່ງ​ຄືນ​ໃໝ່​ ແມ່ນ​ມີ​ຂຶ້ນ​ພາຍຫຼັງ​ການ​ກະກຽມ​ດ້ານ​ເຕັກນິກ​ຕ່າງໆ​ເພື່ອ​ຮັບປະກັນ​ການ​ປະຕິບັດ​ງານ​ທີ່​ປອດ​ໄພ ​ແລະ ​ມີ​ປະສິດທິ​ຜົນ.

ໂດຍມີຂໍ້ມູນຄືດັ່ງລຸ່ມນີ້:

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...