Homeຂ່າວອຸບັດຕິເຫດອຸບັດຕິເຫດ​ລົດ 22 ລໍ້ເສຍຫລັກຕົກລົງເຫວ

ອຸບັດຕິເຫດ​ລົດ 22 ລໍ້ເສຍຫລັກຕົກລົງເຫວ

Published on

ໃນວັນທີ 13 ສິງຫາ 2023 ຜ່ານມາ, ເຈົ້າໜ້າທີ່ກູ້ໄພແຂວງຫຼວງພະບາງໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີ 071 1625 ເພື່ອຂໍຄວາມຊ່ວຍເຫລືອ ຈາກອຸບັດຕິເຫດລົດພວງ 22ລໍ້ເສຍຫລັກຕົກລົງເຫວເຂດ​ ບ້ານກິ່ວຂາມປ້ອມ ເມືອງພູຄູນ ແຂວ​ງຫລວງພະບາງ​.

ເມື່ອທາງໜ່ວຍກູ້ຊີບອົງການກາແດງ ແຂວງຫຼວງພະບາງ ອອກກວດສອບເຫດພົບເຫັນຄົນເສຍຊີວິດ ເພດຊາຍ​ 01 ຄົນ ຊື່ທ້າວ​ ສະເຫລີມ​ ບຸດດາລາ ອາຍຸ36ປີ, ບ້ານ​ຢູ່​ປັດຈຸບັນ ​ບ້ານ​ນາກຸ້ງ ເມືອງໄຊທານີ ​ ນະຄອນຫລວງ​ວຽງຈັນ​

ຈາກາກນບອກເລົ່າຜູ້ເຫັນເຫດການໄດ້ກ່າວວ່າ: ອຸບັດຕິເຫດ​ເກີດຂື້ນໃນວັນທີ 12​ ສິງຫາ​ 2023​ ທີ່ຜ່ານມາ​ ລົດຄັນ​ດັ່ງກ່າວເສຍຫລັກຕົກລົງເຫວເລິກປະມານ 400​ ແມັດ​ ທາງປະຊາຊົນໄດ້ປະສານງານກັບພາກສ່ວນກ່ຽວຂ້ອງສຳຫລວດສະຖານທີ່ເກີດເຫດທາງເຈົ້າຫນ້າທີ່ທະຫານໄດ້ທຳການເຄື່ອນຍ້າຍສົບອອກຈາກຈຸດເກີດເຫດມາໄວ້ແຄມທາງ​ ເພື່ອໃຫ້ທີມງານເຄື່ອນຍ້າຍມາໄວ້ໂຮງເຢັນໂຮງໝໍແຂວງຫລວງພະບາງກ່ອນນຳສົ່ງກັບບ້ານໃນວັນທີ່ 14/08/2023

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...