Homeຂ່າວຕ່າງປະເທດເງິນຢວນຂອງຈີນຖືສ່ວນແບ່ງສະກຸນເງິນທີ່ຖືກນຳໃຊ້ຫຼາຍໃນທົ່ວໂລກ

ເງິນຢວນຂອງຈີນຖືສ່ວນແບ່ງສະກຸນເງິນທີ່ຖືກນຳໃຊ້ຫຼາຍໃນທົ່ວໂລກ

Published on

ສະກຸນເງິນຢວນຂອງຈີນ ຖືສ່ວນແບ່ງສະກຸນເງິນ ທີ່ຖືກນຳໃຊ້ເພີ່ມຂຶ້ນໃນທົ່ວໂລກໃນເດືອນພຶດສະພາ ປີ 2023 ທີ່ຜ່ານມາ.

ໂດຍທາງສະມາຄົມທາງການເງິນລະຫວ່າງທະນາຄານທົ່ວໂລກ ຫຼື SWIFT ໄດ້ລາຍງານວ່າ ເງິນຢວນ ແມ່ນອັນດັບ 5 ດ້ານການໃຊ້ຈ່າຍລະຫວ່າງປະເທດ ດ້ວຍສ່ວນແບ່ງທາງຕະຫຼາດ 2,54% ໃນເດືອນພຶດສະພາ ເພີ່ມຂຶ້ນຈາກ 2,29% ໃນເດືອນເມສາ.

ມູນຄ່າການຊຳລະເງິນຢວນເພີ່ມຂຶ້ນ 20,38% ຈາກເດືອນເມສາ ຂະນະທີ່ມູນຄ່າການຊຳລະເງິນທັງໝົດໃນພາບລວມເພີ່ມຂຶ້ນ 8,75%.

ເງິນຢວນ ຢູ່ໃນອັນດັບທີ 6 ດ້ານການຊຳລະເງິນລະຫວ່າງປະເທດ ຖ້າບໍ່ນັບລວມການຊຳລະເງິນເອີໂຣ ດ້ວຍສ່ວນແບ່ງ 1,51%.

ສຳລັບເຂດບໍລິຫານພິເສດ ຮົງກົງຂອງຈີນ ເປັນຕະຫຼາດຂະໜາດໃຫຍ່ທີ່ສຸດສຳລັບການເຮັດທຸລະກຳເງິນຢວນ ດ້ວຍ 73,48% ຕໍ່ມາແມ່ນສະຫະລາຊະອານາຈັກ 5,17% ແລະ ສິງກະໂປ 3,84%.

ແຫຼ່ງຂ່າວ Xinhua

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...