Homeຂ່າວການຮ່ວມມືເຜີຍແຜ່ກົດໝາຍ ວ່າດ້ວຍ ການປະກັນສັງຄົມ ໃຫ້ບັນດາສື່ມວນຊົນ

ເຜີຍແຜ່ກົດໝາຍ ວ່າດ້ວຍ ການປະກັນສັງຄົມ ໃຫ້ບັນດາສື່ມວນຊົນ

Published on

ອົງການປະກັນສັງຄົມແຫ່ງຊາດ ຮ່ວມກັບ ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍ ການປະກັນສັງຄົມ ສະປັບປັບປຸງ ເລກທີ 54/ສພຊ ວັນທີ 27 ມິຖຸນາ 2018, ໂດຍການເປັນປະທານຂອງ ທ່ານ ດຣ ນາງ ບົວຫອມ ພົມມະຈັນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ວັນນະສິນ ສິມມະວົງ ຮອງຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍບັນດາສື່ມວນຊົນອ້ອມຂ້າງສູນກາງ ແລະ ສື່ມວນຊົນແຂວງວຽງຈັນ ເຂົ້າຮ່ວມ ໃນວັນທີ 8-9 ສິງຫາ 2023 ທີ່ແຂວງວຽງຈັນ.

ຈຸດປະສົງການເຜີຍແຜ່ໃນຄັ້ງນີ້ ເພື່ອເຮັດໃຫ້ສື່ມວນຊົນຮັບຮູ້ ແລະ ເຂົ້າໃຈກ່ຽວກັບອົງການປະກັນສັງຄົມແຫ່ງ ຊາດ ກໍຄື ກົດໝາຍ ວ່າດ້ວຍການປະກັນສັງຄົມເລິກເຊີ່ງກວ່າເກົ່າແລ້ວນໍາເອົາເນື້ອໃນດັ່ງກ່າວໄປໂຄສະນາເຜີຍແຜ່ຕໍ່ ແນ່ໃສ່ເຮັດໃຫ້ສັງຄົມໄດ້ຮັບຮູ້ຄວາມສໍາຄັນ ແລະ ຜົນດີຂອງການເຂົ້າຮ່ວມການປະກັນສຸຂະພາບ, ລວມເຖີງຂັ້ນຕອນຕ່າງໆ ຂອງການເຂົ້າຮ່ວມເປັນສະມາຊິກຂອງອົງການປະກັນສັງຄົມແຫ່ງຊາດ ໂດຍສະເພາະການເຂົ້າຮ່ວມເປັນສະມາຊິກແບບສະໝັກໃຈເນື່ອງຈາກຍັງມີໜ້ອຍເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການຕົວຈິງ.

ລະບົບປະກັນສັງຄົມ ແມ່ນໜຶ່ງໃນນະໂຍບາຍປົກປ້ອງທາງສັງຄົມ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດ ຖະບານ ໂດຍແມ່ນອົງການປະກັນສັງຄົມແຫ່ງຊາດ ກະ ຊວງ ແຮງງານ ແລະ ສະຫວັດດີການສັງຄົມ ເປັນຜູ້ຈັດຕັ້ງປະຕິບັດ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງສະມາ ຊິກປະກັນສັງຄົມ ດ້ວຍການປະກອບທຶນສົມທົບ ແລະ ການສະໜອງການອຸດໜູນປະກັນສັງຄົມ ຊຶ່ງເປັນການສະເລ່ຍຄວາມສ່ຽງ, ການຊ່ວຍ ເຫຼືອຊຶ່ງກັນ ແລະ ກັນ ແນໃສ່ຄ້ຳປະກັນດ້ານສະຫວັດດີການຂັ້ນພື້ນຖານ,ມີສະພາບໍລິຫານ ທີ່ປະກອບດ້ວຍຕົວແທນ ສາມຝ່າຍ ຕາງໜ້າຈາກລັດຖະ ບານ, ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ຊຶ່ງມີພາລະບົດບາດໃນການຊີ້ນໍາ ແລະ ພິຈາລະນາການບໍລິຫານ ຄຸ້ມຄອງກອງທຶນປະກັນສັງຄົມ.

ກອງທຶນປະກັນສັງຄົມໄດ້ສະໜອງການອຸດໜູນທັງ ໝົດ 09 ປະເພດ ໃນນີ້ ອົງການປະກັນສັງຄົມຮັບຜິດຊອບຈັດຕັ້ງປະຕິບັດ 08 ການອຸດໜູນຄື: ປ່ວຍການ, ອຸປະຕິ ເຫດແຮງງານ ຫລື ພະ ຍາດອາຊີບ, ອອກລູກ, ເສຍກຳ ລັງແຮງງານ, ບຳນານ, ເສຍຊີວິດ, ສະມາຊິກຄອບຄົວ ແລະ ວ່າງງານ; ສ່ວນອຸດໜູນປະກັນສຸຂະພາບ ແມ່ນຫ້ອງການປະກັນສຸຂະພາບແຫ່ງຊາດ ກະຊວງສາທາລະນະສຸກເປັນຜູ້ຈັດຕັ້ງປະຕິບັດ ຕາມກົດໝາຍວ່າດ້ວຍການປະກັນສຸຂະ ພາບ ນັບແຕ່ເດືອນ ກໍລະກົດປີ 2019 ເປັນຕົ້ນມາ.

ປັດຈຸບັນ, ສະມາຊິກປະກັນສັງຄົມທີ່ຈ່າຍເງິນສົມທົບ ມີຈໍານວນ 388.660 ຄົນ ແລະ ມີຜູ້ເກີດສິດໃນການຄຸ້ມ ຄອງຈາກລະບົບປະກັນສັງຄົມ (ຜູ້ປະກັນຕົນ,ຄູ່ສົມລົດ ແລະ ລູກ) ລວມທັງໝົດ 828.403 ຄົນ.

ແຫຼ່ງຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...