spot_img
Homeຂ່າວພາຍ​ໃນເມືອງອາດສະພອນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ຈຳນວນ 28 ບ້ານ

ເມືອງອາດສະພອນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ຈຳນວນ 28 ບ້ານ

Published on

ໃນວັນທີ 2 ສິງຫາ 2023 ນີ້ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ຈາກພະແນກການຕ່າງໆອ້ອມຂ້າງແຂວງ ແລະ ບັນດາທ່ານ ການນຳຂັ້ນເມືອງອາດສະພອນ ໄດ້ລົງເຄື່ອນໄຫວຕິດຕາມສະພາບໄພນ້ຳຖ້ວມຢູ່ເຂດເມືອງອາດສະພອນ ເຊິ່ງໄດ້ຮັບຜົນກະທົບຈາກລົມມໍລະສຸມພັດຜ່ານ ເຮັດໃຫ້ຝົນຕົກໜັກຫຼາຍວັນຕິດຕໍ່ກັນ ເລີ່ມຕັ້ງແຕ່ຄ່ຳຄືນວັນທີ 31 ກໍລະກົດ 2023 ເປັນຕົ້ນມາ ສົ່ງຜົນໃຫ້ຫຼາຍພື້ນທີ່ໃນເມືອງອາດສະພອນ ແຂວງສະຫວັນນະເຂດ ເກີດມີນ້ຳຖ້ວມກວມຫຼາຍພື້ນທີ່ພາຍໃນເມືອງ ສົ່ງຜົນໃຫ້ສາຍນ້ຳ ເຊນ້ອຍ, ເຊຈຳພອນ ແລະສາຍຫ້ວຍຕ່າງໆ ມີລະດັບນ້ຳເພີ່ມຂື້ນສູງ ແລະ ໄຫຼຖ້ວມເນື້ອທີ່ທຳການຜະລິດ ຂອງພໍ່ແມ່ປະຊາຊົນເປັນວົງກ້ວາງ ແລະ ເສັ້ນທາງຄົມມະນາຄົມຫຼາຍເສັ້ນ ແລະ ຂົວເປ່ເພ ເຮັດໃຫ້ການສັນຈອນໄປມາຕາມເສັ້ນທາງຫຼັກ ແລະເສັ້ນທາງເຊື່ອມຕໍ່ລະຫວ່າງບ້ານຕໍ່ບ້ານ ແລະ ບ້ານຫາເມືອງກໍ່ພົບຄວາມຫຍຸ້ງຍາກລຳບາກຫຼາຍ.

ທ່ານ ສີສະເໝີ ແສງວິໄລ ຮອງເລຂາພັກເມືອງ ໄດ້ລາຍງານໃຫ້ ທ່ານເຈົ້າແຂວງສະຫວັນນະເຂດ ແລະ ຄະນະຊາບໃນຂັ້ນຕົ້ນວ່າ: ໃນທົ່ວເມືອງອາດສະພອນ ແມ່ນມີເນື້ອທີ່ທຳການຜະລິດຂອງປະຊາຊົນໃນຈຳນວນ 28 ບ້ານທີ່ຖືກນ້ຳຖ້ວມ ກວມເອົາເນື້ອທີ່ 1.350 ກວ່າເຮັກຕາ, ໜອງສະ ແລະ ໜອງຝາຍລ້ຽງປາຈຳນວນ 95 ໜອງ ເນື້ອທີ່ 5,15 ເຮັກຕາ, ມີຈຳນວນ 5.110 ຄອບຄົວທີ່ໄດ້ຮັບຜົນກະທົບ, ສ່ວນມູນຄ່າການເສຍຫາຍແມ່ນຍັງປະເມີນບໍ່ທັນໄດ້.

ຜ່ານມາ ບັນດາທ່ານຄະນະພັກ-ຄະນະນຳຂອງເມືອງກໍ່ໄດ້ເອົາໃຈໃສ່ຕິດຕາມສະພາບນ້ຳຖ້ວມຢ່າງໃກ້ສິດ ແລະ ມອບໃຫ້ຄະນະກຳມະການຕ້ານແລ້ງ ຕ້ານຖ້ວມ ຂັ້ນເມືອງ ກະກຽມຄວາມພ້ອມຮັບມືຕໍ່ສະພາບໄພພິບັດ.

 

ໃນໂອກາດ ທີ່ທ່ານເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະລົງມາເຄື່ອນໄຫວຕິດຕາມສະພາບໄພນ້ຳຖ້ວມຢູ່ເຂດເມືອງອາດສະພອນໃນຄັ້ງນີ້ ທ່ານພ້ອມດ້ວຍຄະນະຍັງໄດ້ມອບເງິນສົດ 100 ລ້ານກີບ ພ້ອມດ້ວຍນ້ຳດື່ມ 200 ແພັກ, ປະກະປ໋ອງ 3 ແກັດ ແລະ ໝີ່ໄວໆ 1 ແກັດໃຫ່ຍ ໃຫ້ກັບເມືອງອາດສະພອນ ເພື່ອໝູນໃຊ້ເຂົ້າໃນວຽກງານຕ້ານໄພພິບັດ ວຽກຕ້ານແລ້ງຕ້ານຖ້ວມຂອງເມືອງ ພ້ອມທັງເນັ້ນໃຫ້ບັນດາທ່ານໃນຄະນະພັກ-ຄະນະນຳຂອງເມືອງ ຕະຫຼອດເຖິງຂະແໜງການຕ່າງໆອ້ອມຂ້າງເມືອງເອົາໃຈໃສ່ ມີສະຕິລະວັງຕົວກຽມພ້ອມຮັບມືຕໍ່ ໄພນ້ຳຖວມທີ່ອາດຈະເກີດຂຶ້ນໃນຊ່ວງໄລຍະລະດູຝົນນີ້.

ແຫຼ່ງຂ່າວ Media Laos

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...