spot_img
Homeຂ່າວພາຍ​ໃນໃນ 6 ເດືອນຜ່ານມາ, ນະຄອນຫລວງວຽງຈັນ ສໍາເລັດການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ 481 ບ້ານ

ໃນ 6 ເດືອນຜ່ານມາ, ນະຄອນຫລວງວຽງຈັນ ສໍາເລັດການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ 481 ບ້ານ

Published on

ໃນບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານໄລຍະກາງສະ ໄໝຂອງແຜນການ 5 ປີ ຄັ້ງທີ IX (2021-2025), ທິດທາງແຜນການທ້າຍສະໄໝ; ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຂອງນະຄອນຫຼວງວຽງຈັນ ທີ່ ທ່ານ ພູຂົງ ບັນນາວົງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 31 ກໍລະກົດ-4 ສິງຫາ 2023 ນີ້ ໄດ້ຍົກໃຫ້ເຫັນກ່ຽວກັບຜົນສໍາເລັດວຽກງານການພັດທະນາ ແລະ ແກ້ໄຂຄວາມທຸກຍາກວ່າ: ໃນ 6 ເດືອນຜ່ານມາ, ນະຄອນຫລວງວຽງຈັນ ໄດ້ສໍາເລັດການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ 481 ບ້ານ (ຈໍານວນບ້ານທັງໝົດທີ່ມີຢູ່ນະຄອນຫລວງວຽງຈັນ). ນອກຈາກນີ້, ໄດ້ປະເມີນ 153.738 ຄອບຄົວ.

ຜ່ານການປະເມີນ ສາມາດບັນລຸມາດຕະຖານບ້ານພົ້ນທຸກໄດ້ໝົດທຸກບ້ານ, ບັນລຸບ້ານພັດທະນາ 315 ບ້ານ, ແກ້ໄຂຄອບຄົວທີ່ມີເງື່ອນໄຂບໍ່ຄົບຖ້ວນຕາມມາດຕະຖານພົ້ນທຸກໃໝ່ໃຫ້ເປັນຄອບຄົວພົ້ນທຸກ ໄດ້ 2.388 ຄອບຄົວ, ເທົ່າກັບ 53,30% ຂອງມະຕິສະພາ (4.480 ຄອບຄົວ), ຜ່ານການຈັດຕັ້ງປະຕິບັດ 6 ຄາດໝາຍ ແລະ ມີຄວາມຄືບໜ້າດີທັງໝົດ ຄາດວ່າຈະບັນລຸຕາມແຜນ.

ບົດລາຍງານໄດ້ຍົກໃຫ້ເຫັນຕື່ມວ່າ: ໃນ 6 ເດືອນຜ່ານມາ, ນະຄອນຫລວງວຽງຈັນ ໄດ້ສືບຕໍ່ປະຕິບັດຂໍ້ຕົກລົງ ສະບັບເລກທີ 0315/ຈນວ, ຈັດກອງປະຊຸມຮ່ວມກັບເມືອງໃນການວາງແຜນພັດທະນາສ້າງຊົນນະບົດໃໝ່ ຕິດພັນກັບການພັດທະນາກະສິກຳຮອບດ້ານ ຢູ່ 3 ເມືອງ ມີກຸ່ມການຜະລິດທັງ ໝົດ 93 ກຸ່ມ ແລະ ກຸ່ມການຜະລິດທີ່ເຂັ້ມແຂງກ້າວເປັນສະຫະກອນການຜະລິດກະສິກໍາ 1 ສະຫະກອນ ຄື: ສະຫະກອນກະສິກຳອິນຊີ ບ້ານທົ່ງມັ່ງ, ເມືອງໄຊທານີ; ລົງຊຸກຍູ້, ຕິດຕາມການຊຳລະຕົ້ນທຶນ ແລະ ດອກເບ້ຍຂອງ ກອງທຶນລຶບລ້າງຄວາມທຸກຍາກ ນະຄອນຫຼວງວຽງຈັນ ມີ 60 ສັນຍາ, ມີທຶນທັງໝົດ 2.047 ລ້ານກີບ; ໃນນີ້: ເປັນຕົ້ນທຶນ 1.790 ລ້ານກີບ ແລະ ເປັນເງິນສົດ 257 ລ້ານກີບ.

ຜ່ານການຈັດຕັ້ງປະຕິບັດ ໃນ 3 ຄາດໝາຍດ້ານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ມີຄວາມຄືບໜ້າດີທັງ 3 ຄາດໝາຍ ຄື: 1). ການສືບຕໍ່ປະເມີນໄລຍະຕົ້ນຂອງດໍາລັດວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ, 2). ສຳເລັດການເກັບກຳຂໍ້ມູນ ແລະ ຈັດສັນຈຸດສຸມພັດທະນາຢູ່ເຂດເມືອງໃໝ່ ແລະ 3). ສໍາລັບການສ້າງເມືອງປາກງື່ມ ໃຫ້ເປັນເມືອງພົ້ນທຸກ, ຜ່ານການປະເມີນຕາມ ດຳລັດ 348/ລບ ເຫັນວ່າເມືອງປາກງື່ມ ແມ່ນບັນລຸຕາມມາດຕະຖານພົ້ນທຸກແລ້ວ. ສ່ວນຂັ້ນຕອນການສະເໜີຂໍຢັ້ງຢືນແມ່ນຈະໄດ້ສະເໜີຫາ ກະຊວງ ກະສິກຳ ແລະ ປ່າໄມ້.

ແຫຼ່ງຂ່າວ: Laoyouth

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...