Homeຂ່າວພາຍ​ໃນພົນລະເມືອງລາວຈໍານວນບໍ່ໜ້ອຍຖືກຕົວະຍົວະໄປຂາຍຕົວ

ພົນລະເມືອງລາວຈໍານວນບໍ່ໜ້ອຍຖືກຕົວະຍົວະໄປຂາຍຕົວ

Published on

ເນື່ອງໃນໂອກາດ ວັນສາກົນເພື່ອຕ້ານການຄ້າມະນຸດ 30 ກໍລະກົດ 2023 ທີ່ຜ່ານມາ, ທ່ານ ພົນເອກ ວິໄລ ຄໍາຟອງ ກໍາມະການກົມການເມືອງສູ່ກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ທັງເປັນປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດໄດ້ອ່ານສານ ເນື່ອງໃນວັນດັ່ງກ່າວໂດຍມີເນື້ອໃນບາງຕອນສໍາຄັນວ່າ: ບັນຫາການຄ້າມະນຸດ ເປັນອາຊະຍາກໍາທີ່ຮ້າຍແຮງ, ໄດ້ລະເມີດສິດທິພື້ນຖານຂອງພົນລະເມືອງ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ກໍຄືສົນທິສັນຍາສາກົນ ຊຶ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ຮ່າງກາຍ, ຊີວິດ, ກຽດສັກສີ, ຈິດໃຈຂອງຜູ້ຖືກເຄາະຮ້າຍ, ຕໍ່ຄອບຄົວ, ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ, ການບັງຄັບໃຫ້ເປັນໂສເພນີແມ່ນການຄ້າມະນຸດຮູບແບບໜຶ່ງໃນຫຼາຍຮູບແບບທີ່ພົບຢູ່ ສປປ ລາວ.

ສປປ ລາວ ເປັນປະເທດໜຶ່ງທີ່ມີບັນຫາການຄ້າມະນຸດ ເນື່ອງຈາກທີ່ຕັ້ງພູມສັນຖານຂອງປະເທດ ມີຄວາມສະດວກໃນການເດີນທາງເຂົ້າ-ອອກ ຂອງພົນລະເມືອງ ແລະ ການຂະຫຍາຍ ຕົວຢ່າງວ່ອງໄວທາງດ້ານການສ້າງສາພັດທະນາຂອງປະເທດຊາດ. ຜ່ານມາພວກມະນຸດ ໄດ້ເຄື່ອນໄຫວຊອກຫາ, ເຄື່ອນຍ້າຍ, ຂົນສົ່ງ, ໃຫ້ບ່ອນພັກເຊົາ, ລີ້ຊ່ອນ, ຕົວຍົວະ, ຫຼອກລວງ ເພື່ອໃຫ້ຜູ້ຖືກເຄາະຮ້າຍກະທໍາຜິດຖານຖືພາບໍ່ຖືກຕ້ອງ, ການຄ້າໂສເພນີ, ການບັງຄັບໃຫ້ເປັນໂສເພນີ (ຂາຍຕົວ), ການຂູດຮີດແຮງງານ ແລະ ອື່ນໆ.

ການກະທໍາດັ່ງກ່າວ ເປັນການກະທໍາຜິດຕໍ່ກົດໝາຍ ແລະ ວັດທະນະທໍາອັນດີງາມຂອງຊາດ, ບັນຫາທີ່ໜ້າເປັນຫ່ວງທີ່ສຸດ ແມ່ນພົນລະເມືອງລາວຈໍານວນບໍ່ໜ້ອຍຖືກນາຍໜ້າ ຕົວະຍົວະຫຼອກລວງໄປອອກແຮງງານ ແລ້ວຖືກຂູດຮີດແຮງງານຢູ່ບາງປະເທດໃກ້ຄຽງ ເຊິ່ງໄດ້ຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດເປັນຈໍານວນຫຼາຍ.

ແຫຼ່ງຂ່າວ ໂທລະພາບປ້ອງກັນຄວາມສະຫງົບ 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...