Homeຂ່າວພາຍ​ໃນປກສ ແຈ້ງການຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງເກມອອນລາຍ

ປກສ ແຈ້ງການຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງເກມອອນລາຍ

Published on

ວັນທີ 7 ມິຖຸນາ 2023 ຜ່ານມາ, ກະຊວງປ້ອງກັນຄວາມສະຫງົບ ແຈ້ງການ: ເລື່ອງການຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງເກມອອນລາຍ ສະບັບເລກທີ 948/ປກສ, ລົງວັນທີ 03 ພຶດສະພາ.

ຍ້ອນສະພາບຂອງການພະນັນອອນລາຍ ຊຶ່ງການພະນັນອອນລາຍ ຫຼື ເກມອອນລາຍ ແມ່ນການຫຼິ້ນເກມ ຜ່ານເຄືອຂ່າຍລະບົບອິນເຕີເນັດ ໃນຮູບແບບການສ່ຽງໂຊກທາງອອນລາຍ ທີ່ສາມາດເຂົ້າຫຼິ້ນຜ່ານໂທລະສັບມືຖື, ຄອມ ພິວເຕີ ແລະ ເຄື່ອງອຸປະກອນໄອທີອື່ນໆ ໄດ້ຢ່າງສະດວກ, ວ່ອງໄວ ຊຶ່ງປະຈຸບັນນີ້ກໍາລັງມີທ່າອ່ຽງຂະຫຍາຍຕົວເພີ່ມ ຂຶ້ນໃນທົ່ວໂລກ ແລະ ມີຫຼາຍປະເທດ ໄດ້ຫັນມາຄຸ້ມຄອງ ແລະ ຄວບຄຸມບັນຫາດັ່ງກ່າວຢ່າງເປັນລະບົບ, ຮອດປັດຈຸບັນນີ້ການພະນັນອອນລາຍຢູ່ປະເທດເຮົາ ຍັງສືບຕໍ່ເຄື່ອນໄຫວຢ່າງເສລີ ແລະ ມີແຫຼ່ງເງິນຕາເຂົ້າ-ອອກປະເທດ ໂດຍ ບໍ່ໄດ້ຮັບການຄຸ້ມຄອງເປັນຈໍານວນຫຼາຍ ຜູ້ໄດ້ລາຍຮັບແມ່ນ ບຸກຄົນ, ນິຕິບຸກຄົນ ທີ່ບໍລິການບໍ່ຖືກ ກົດຫມາຍ ແລະ ລະບຽບການ ພາໃຫ້ລັດເສຍຜົນປະໂຫຍດເປັນຈໍານວນຫຼວງຫຼາຍໃນແຕ່ລະປີ ຊຶ່ງມັນໄດ້ກໍ່ໃຫ້ເກີດມີປະກົດການຫຍໍ້ທໍ້ຫຼາຍດ້ານ ເຊັ່ນ ມີການຕົວະຍົວະ, ຫຼອກລວງ, ການສໍ້ໂກງ, ມີຂະບວນການຟອກເງິນ, ຄ້າໂສເພນີ, ແຮງງານເຖື່ອນ, ການກໍ່ອາຊະຍາກໍາທາງອິນເຕີເນັດ ແລະ ອື່ນໆ ທີ່ເປັນໄພມິດໃຫ້ແກ່ສັງຄົມ ສະນັ້ນ, ເພື່ອເປັນການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການຄຸ້ມຄອງເກມອອນລາຍ ສະບັບເລກທີ 948/ປກສ, ລົງວັນທີ 03 ພຶດສະພາ 2023 ໃນການ ສະກັດກັ້ນ, ແກ້ໄຂ ແລະ ຕ້ານການກໍ່ອາຊະຍາກໍາໃນທຸກຮູບແບບ ເປັນຕົ້ນ ແມ່ນການພະນັນອອນລາຍ ຫຼື ເກມ ອອນລາຍ ທີ່ບໍ່ຖືກຕ້ອງຢູ່ ສປປ ລາວ ແລະ ຮັບປະກັນ ການຄຸ້ມຄອງ ແລະ ສະກັດກັ້ນ ແກ້ໄຂ ຢ່າງເຂັ້ມງວດ, ມີ ປະສິດທິພາບ ແລະ ປະສິດທິຜົນ. ກະຊວງປ້ອງກັນຄວາມສະຫງົບ ໃນນາມເປັນເສນາທິການໃຫ້ແກ່ລັດຖະບານ ໃນການປະສານສົມທົບກັບ ຂະແຫນງການທີ່ກ່ຽວຂ້ອງ ຂໍຖືເປັນກຽດ ແຈ້ງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ດັ່ງນີ້:

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...