spot_img
Homeຂ່າວການສຶກສານັກຮຽນລາວສຸດເກັ່ງ! ໄດ້ຫລຽນຄໍາ ໃນການແຂ່ງຂັນຄະນິດສາດ ທີ່ສິງກະໂປ

ນັກຮຽນລາວສຸດເກັ່ງ! ໄດ້ຫລຽນຄໍາ ໃນການແຂ່ງຂັນຄະນິດສາດ ທີ່ສິງກະໂປ

Published on

ຊົມເຊີຍ! ນັກຮຽນລາວ ຈາກໂຮງຮຽນ​ນານາ​ຊາດ​ອົດສະຕາລີ ໄດ້ເຂົ້າຮ່ວມການແຂ່ງຂັນຄະນິດສາດ ທີ່ປະເທດສິງກະໂປ ໃນລະຫວ່າງວັນທີ 23-24 ກໍລະກົດ 2023 ຜ່ານມາ ສາມາດຍາດໄດ້ 1 ຫລຽນຄຳ, 4 ຫລຽນເງິນ, 3 ຫລຽນທອງ, ລາງວັນຊົມເຊີຍ 1 ຫລຽນ ແລະ ໃບຍ້ອງຍໍ 11 ໃບ ເຊິ່ງການແຂ່ງຂັນດັ່ງກ່າວ, ມີຜູ້ເຂົ້າຮ່ວມ ທັງໝົດ 1.500 ກວ່າຄົນ ຈາກ 32 ປະເທດ.

ການແຂ່ງຂັນຄະນິດສາດ ປະກອບມີ 3 ຮອບ ຄື: ຮອບທີ 1 ຕອບຄຳຖາມໂຈດເລກ, ຮອບທີ 2 ຫລິ້ນເກມພັດທະນາທັກສະເລກ (ປະກອບມີ 1 ທີມ, ທີມລະ 3 ຄົນ) ສ່ວນຮອບທີ 3 ແກ້ໂຈດຄະນິດຄິດໄວ ເຊິ່ງຜ່ານການແຂ່ງຂັນ ທ້າວ ສຸຣິຍະເດດ ແສງສຸຣິຍະ ຫ້ອງ ປ2 ສາມາດຍາດໄດ້ 1 ຫລຽນຄໍາ ແລະ 1 ຫລຽນທອງ, ທ້າວ ສຸກສໍາລານໄຊ ພົມມີສິດ ຫ້ອງ ປ2 ສາມາດຍາດໄດ້ 2 ຫລຽນທອງ ແລະ 1 ຫລຽນເງິນ, ນາງ ຫົງທອງ ພົ້ນວິໃສ ຫ້ອງ ມ2 ສາມາດຍາດໄດ້ 2 ຫລຽນເງິນ ແລະ ນາງ ເອມິກະ ວິລະວົງ ມ4 ສາມາດຍາດໄດ້ 1 ຫລຽນເງິນ ເຊິ່ງຜົນງານທີ່ຍາດມາໄດ້ໃນຄັ້ງນີ້ ແມ່ນໄດ້ສ້າງຊື່ສຽງ, ສ້າງຜົນງານ ໃຫ້ກັບຕົນເອງ, ໂຮງຮຽນ ແລະ ປະເທດຊາດ, ເຮັດໃຫ້ສາກົນ ກໍຄື ບັນດາປະເທດ ໃນທົ່ວໂລກ ໄດ້ຮັບຮູ້ ສປປ ລາວ ຫລາຍຂຶ້ນ ເຊິ່ງມັນສ່ອງແສງໃຫ້ເຫັນເຖິງ ລະບົບການຮຽນ-ການສອນ ກໍຄື ຄວາມເອົາໃຈໃສ່ຂອງນ້ອງນັກຮຽນ ແລະ ຄວາມເອົາໃຈໃສ່ ຂອງ ຄູ-ອາຈານ ໃນການສິດສອນ ຢູ່ໂຮງຮຽນຕ່າງໆ ໂດຍສະເພາະ ຢູ່ໂຮງຮຽນນານາຊາດ ໃນ ສປປ ລາວ ໄດ້ຮັບການພັດທະນາຢ່າງມີປະສິດທິພາບ ແລະ ປະສິດທິຜົນ ສາມາດແຂ່ງຂັນໃນລະດັບສາກົນໄດ້.

ສຳລັບການແຂ່ງຂັນດັ່ງກ່າວ, ໄດ້ເລີ່ມມາແຕ່ປີ 2006 ພາຍໃຕ້ຊື່ການເເຂ່ງຂັນເລກລະຫວ່າງ ໂຮງຮຽນໃນ​ສິງກະໂປ​ ເເລະ ທະວີບອາຊີ( SASMO) ແລ້ວໄດ້ປ່ຽນມາເປັນການແຂ່ງຂັນວິທະຍາສາດລະດັບນານາຊາດ (VANDA), ການເເຂ່ງຂັນເລກອາເມລິກາ (AMO) ແລະ ການເເຂ່ງຂັນເລກສິງກະໂປ (SINGA), ໂຮງຮຽນນານາຊາດອົດສະຕຣາລີ ເປັນໂຮງຮຽນແຫ່ງດຽວໃນປະເທດລາວ ທີ່ຮ່ວມມືກັບສູນການເເຂ່ງຂັນເລກນານາຊາດສິງກະໂປ(SIMCC) ແລະ ເປັນໂຮງຮຽນດຽວທີ່ຈັດການແຂ່ງຂັນຕ່າງໆຂອງ SIMCC ຕັ້ງແຕ່ປີ 2018 ແລະ ໄດ້ສົ່ງນັກຮຽນທີ່ມີພອນສະຫວັນ ເພື່ອສະແດງທັກສະຄວາມສາມາດໃນດ້ານການແກ້ໂຈດຄະນິດສາດ ແລະ ເລກສົມຜົນ ເຂົ້າຮ່ວມລາຍການຕ່າງໆຢ່າງເປັນປະຈໍາ.
ຂ່າວ: ຂປລ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...