spot_img
Homeຂ່າວຕ່າງປະເທດນັກໂທດໃນສິງກະໂປ ຖືກແຂວນຄໍ! ເນື່ອງຈາກຄ້າເຮໂລອິນ 80 ກຼາມ

ນັກໂທດໃນສິງກະໂປ ຖືກແຂວນຄໍ! ເນື່ອງຈາກຄ້າເຮໂລອິນ 80 ກຼາມ

Published on

ອີງຕາມອົງກອນສິດທິເຈຊີ ລາຍງານໃນວັນທີ 25 ກໍລະກົດ 2023 ທີ່ຜ່ານມານີ້ວ່າ: ທາງການສິງກະໂປ ມີແຜນປະຫານນັກໂທດຄະດີຢາເສບຕິດ 2 ຄົນໃນອາທິດນີ້, ຄົນທຳອິດເປັນຜູ້ຊາຍສັນຊາດສິງກະໂປ ອາຍຸ 56 ປີ (ບໍ່ລະບຸຊື່) ມີກຳນົດແຂວນຄໍມື້ວານນີ້ 26 ກໍລະກົດ 2023, ຢູ່ທີ່ຄ້າຍຄຸມຂັງຊາງງີ ຈາກຄວາມຜິດໃນການຄ້າຢາເສບຕິດປະເພດ ເຮໂລອິນ 50 ກຼາມ, ແລະ ອີກຄົນເປັນນັກໂທດຍິງຊາວສິງກະໂປ ອາຍຸ 45 ປີ ຖືກສານຕັດສິນປະຫານຊີວິດດ້ວຍການແຂວນຄໍ ໃນວັນທີ 28 ກໍລະກົດ 2023 ຈາກຄວາມຜິດໃນການຄ້າຢາເສບຕິດປະເພດເຮໂລອິນ 30 ກຼາມ ນັບໄດ້ວ່າເປັນຜູ້ຍິງຄົນທຳອິດທີ່ຖືກປະຫານຊີວິດໃນສິງກະໂປນັບຕັ້ງແຕ່ປີ 2004.

ຕາມກົດໝາຍສິງກະໂປ ມີກຳນົດໂທດປະຫານຊີວິດສຳລັບນັກໂທດບາງປະເພດ ເຊັ່ນ: ການຄາຕະກຳ ແລະ ການລັກພາໂຕບາງຮູບແບບ ຂະນະທີ່ຍັງມີກົດໝາຍຕໍ່ຕ້ານຢາເສບຕິດແຫ່ງໜຶ່ງທີ່ເຂັ້ມງວດທີ່ສຸດໃນໂລກ ການຄ້າຢາເສບຕິດປະເພດກັນຊາ 500 ກຼາມ ແລະ ເຮໂລອິນ 15 ກຼາມອາດຖືກໂທດປະຫານຊີວິດ ຈົນເຖິງຂະນະນີ້ມີນັກໂທດທີ່ຖືກແຂວນຄໍໄປແລ້ວ 13 ຄົນ ຕັ້ງແຕ່ລັດຖະບານສິງກະໂປກັບມາດຳເນີນການປະຫານຊີວິດອີກຄັ້ງໃນປີ 2022 ຫຼັງຈາກຢຸດໄປ 2 ປີຈາກການລະບາດຂອງພະຍາດໂຄວິດ-19 ທັງນີ້ອົງກອນສິດທິທັງໃນ ແລະ ຕ່າງປະເທດລວມທັງຜູ້ມີຊື່ສຽງອອກມາຮຽກຮ້ອງໃຫ້ຢຸດໂທດການປະຫານຊີວິດ ແຕ່ລັດຖະບານສິງກະໂປຍືນຍັນວ່າໂທດປະຫານຊີວິດເປັນການຍັບຍັ້ງນັກໂທດທີ່ໄດ້ປະສິດທິພາບ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...