Homeຂ່າວພາຍ​ໃນສໍາປະທານຈໍາໜ່າຍນ້ຳມັນເຊື້ອໄຟໃນຊຽງຂວາງເປັນເວລາ 10 ປີ

ສໍາປະທານຈໍາໜ່າຍນ້ຳມັນເຊື້ອໄຟໃນຊຽງຂວາງເປັນເວລາ 10 ປີ

Published on

ລັດຖະບານ ອະນຸມັດໃຫ້ບໍລິສັດ ຍອດງື່ມພາວເວີ ມະຫາຊົນ ສຳປະທານກິດຈະການຈໍາໜ່າຍພາຍໃນຂອງລັດວິສາຫະກິດນໍ້າມັນເຊື້ອໄຟລາວ (ລນລ) ສາຂາແຂວງຊຽງຂວາງ ເປັນເວລາ 10 ປີ.

อาจเป็นรูปภาพของ 11 คน, แท่นบรรยาย และ ข้อความ

ໃນວັນທີ 21 ກໍລະກົດ 2023 ຜ່ານມາ ໄດ້ຈັດພິທີເຊັນສັນຍາສຳປະທານກິດຈະການຈໍາໜ່າຍພາຍໃນຂອງ ລນລ ສາຂາແຂວງຊຽງຂວາງ ລະຫວ່າງ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ກັບ ບໍລິສັດຍອດງື່ມພາວເວີ ມະຫາຊົນ, ການລົງນາມດັ່ງກ່າວ ເປັນຂໍ້ຕົກລົງອະນຸມັດໃຫ້ບໍລິສັດ ຍອດງື່ມພາວເວີ ມະຫາຊົນ ສຳປະທານກິດຈະການຈຳໜ່າຍພາຍໃນຂອງລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ (ລນລ) ສາຂາແຂວງຊຽງຂວາງກຳນົດ 10 ປີ.

ສຳລັບໂຄງການດັ່ງກ່າວ ຖືເປັນໂຄງການຕົ້ນແບບທຳອິດ ທີ່ໄດ້ທົດລອງມອບໃຫ້ເອກະຊົນເຂົ້າມາສຳປະທານກິດຈະການໃນ ກຳນົດ 10 ປີ ໂດຍຈະມີການຕິດຕາມ ແລະ ປະເມີນຜົນຕົວຈິງຢ່າງໃກ້ຊິດ.

ແຫຼ່ງຂ່າວ Vientiane Mai

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...