spot_img
Homeຂ່າວຕ່າງປະເທດສີລັງກາອະນຸຍາດໃຫ້ນຳໃຊ້ສະກຸນເງິນຣູປີຂອງອິນເດຍໃນການຊື້ຂາຍ

ສີລັງກາອະນຸຍາດໃຫ້ນຳໃຊ້ສະກຸນເງິນຣູປີຂອງອິນເດຍໃນການຊື້ຂາຍ

Published on

ສີລັງກາ ກຳລັງພິຈາລະນາໃນການອະນຸຍາດໃຫ້ນຳໃຊ້ສະກຸນເງິນຣູປີຂອງອິນເດຍ ໃນການຊື້ຂາຍໃນທ້ອງຖິ່ນ.

ໃນວັນທີ 22 ກໍລະກົດ 2023 ອາລີ ຊາບຣີ ລັດຖະມົນຕີປະຊວງການຕ່າງປະເທດຂອງສີລັງກາ ກ່າວໃນວັນເສົາທີ່ຜ່ານມານີ້ວ່າ ໄດ້ອະນຸຍາດໃຫ້ໃຊ້ສະກຸນເງິນຂອງເພື່ອນບ້ານກໍຄື ອິນເດຍ ເພື່ອໃຫ້ນັກທ່ອງທ່ຽວ ແລະ ຄົນທີ່ມາຈາກອິນເດຍສາມາດນຳໃຊ້ເງິນຣູປີໄດ້ໂດຍກົງ ເພື່ອບໍ່ໃຫ້ຫຍຸ້ງຍາກໃນການແລກປ່ຽນເງິນຕາ.

ທັ້ງນີ້ ສີລັງກາ ໄດ້ນຳເຂົ້າສິນຄ້າຈຳນວນຫຼາຍມາຈາກອິນເດຍ ເຊິ່ງເປັນຄູ່ຄ້າລາຍໃຫຍ່ທີ່ສຸດ ໂດຍສິນຄ້າທີ່ນຳເຂົ້າມາສີລັງກາ ປະກອບມີ ອາຫານ ຢາ ວັດສະດຸກໍ່ສ້າງ ລົດ ປຸ໋ຍ ແລະ ເຄມີ, ເຊິ່ງການຄ້າຂອງສອງປະເທດນີ້ ລວມມູນຄ່າ 5,45 ພັນລ້ານໂດລາ ໃນປີ 2021.

ອາລີ ຊາບຣີ ກ່າວວ່າ ການຍອມຮັບສະກຸນເງິນຣູປີຂອງອິນເດຍ ເຮັດໃຫ້ສີລັງກາໄດ້ປຽບເລື່ອງການຄ້າ ຍ້ອນວ່າ ເມື່ອສີລັງການຳໃຊ້ເງິນຣູປີຫຼາຍຂຶ້ນ ຄົນອິນເດຍຈຳນວນຫຼາຍກໍຫັນມາທ່ຽວສີລັງກາ ແລະ ນຳໃຊ້ເງິນຣູປີພາຍໃນປະເທດຫຼາຍຂຶ້ນ ສະນັ້ນ ມັນຈຶ່ງເປັນເລື່ອງທີ່ດີຕໍ່ສີລັງກາ.

ແຫຼ່ງຂ່າວ AP

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...