Homeຂ່າວພາຍ​ໃນກວດພົບເຫັນອາຫານແຊ່ແຂງຫຼາຍລາຍການທີ່ໝົດອາຍຸຢູ່ສະບານເມືອງໄຊ ແຂວງອຸດົມໄຊ

ກວດພົບເຫັນອາຫານແຊ່ແຂງຫຼາຍລາຍການທີ່ໝົດອາຍຸຢູ່ສະບານເມືອງໄຊ ແຂວງອຸດົມໄຊ

Published on

ວັນທີ 17 ກໍລະກົດນີ້ ເຈົ້າໜ້າທີ່ກວດກາການຄ້າ ພະແນກອຸດສາຫະກໍາ ແລະ ການຄ້າແຂວງອຸດົມໄຊ ໄດ້ລົງເຄື່ອນໄຫວຕິດຕາມ ກວດກາ ການກຳນົດລາຄາ ແລະ ວາງຈຳໜ່າຍສິນຄ້າ ໂດຍສະເພາະແມ່ນປະເພດອາຫານແຊ່ແຂງທີ່ນຳເຂົ້າຈາກຕ່າງປະເທດຢູ່ 2 ຕະຫຼາດຄື: ຕະຫຼາດໜອງແມງດາ ແລະ ຕະຫຼາດໜອງແລ້ງ.

ຜ່ານການລົງກວດກາຕົວຈິງພົບວ່າ ມີອາຫານປະເພດຮອນດ໋ອກ, ໄສ້ອົ່ວ, ຕິນໄກ່ ແລະ ເຕົາຫູ້ ລວມມູນຄ່າທັງໝົດເກືອບ 3 ລ້ານກີບ ທີ່ແມ່ຄ້ານໍາມາວາງຈໍາໜ່າຍ ຈໍານວນໜຶ່ງໝົດອາຍຸການບໍລິໂພກແລ້ວ ແລະ ຈຳນວນໜຶ່ງເຫັນວ່າບໍ່ມີສະຫຼາກກຳນົດສິນຄ້າ. ຕໍ່ກັບບັນຫາດັ່ງກ່າວ ທາງເຈົ້າໜ້າທີ່ກວດກາການຄ້າແຂວງ ກໍໄດ້ຍຶດເອົາສິນຄ້າຈຳນວນດັ່ງກ່າວ ເພື່ອນຳໄປທຳລາຍຖິ້ມ ບາງລາຍການແມ່ນໄດ້ທຳລາຍກັບທີ່ ພ້ອມທັງໄດ້ສ້າງບົດບັນທຶກກັບເຈົ້າຂອງຮ້ານເພື່ອເປັນການຕັກເຕືອນ ຖ້າຫາກຍັງມີການລະເມີດຄັ້ງຕໍ່ໄປແມ່ນຈະໄດ້ປະຕິບັດຕາມລະບຽບກົດໝາຍ.

ທ່ານ ນາງ ໄມພອນ ສີລິວົງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊໃຫ້ສຳພາດວ່າ ການລົງເຄື່ອນໄຫວຕິດຕາມລາຄາ ແລະ ກວດກາສິນຄ້າແມ່ນເປັນວຽກປົກກະຕິຂອງເຈົ້າໜ້າທີ່ກວດກາການຄ້າ ເພື່ອແນໃສ່ປົກປ້ອງຜູ້ບໍລິໂພກສິນຄ້າໃຫ້ມີຄວາມປອດໄພ ແລະ ໄດ້ຊົມໃຊ້ລາຄາທີ່ເໝາະສົມ.

ໂອກາດດັ່ງກ່າວ ທ່ານ ນາງ ໄມພອນ ສີລິວົງ ໄດ້ຮຽກຮ້ອງມາຍັງຜູ້ປະກອບການໃນການແກ້ໄຂສະພາບຄວາມຫຍຸ້ງຍາກຄືແນວນີ້ ການທີ່ນຳເຂົ້າສິນຄ້າມາວາງຈຳໜ່າຍ ໂດຍສະເພາະແມ່ນປະເພດສິນຄ້າທີ່ນຳເຂົ້າມາຈາກຕ່າງປະເທດໃຫ້ເປັນເຈົ້າການນຳກັນໃນການກວດກາຄຸນນະພາບສິນຄ້າ ໂດຍສະເພາະແມ່ນກວດກາອາຍຸການບໍລິໂພກຕ່າງໆຢ່າງລະອຽດ ຖ້າຫາກພົບເຫັນສິນຄ້າທີ່ໝົດອາຍຸ ຫຼື ບໍ່ມີສະຫຼາກກຳນົດສິນຄ້າແມ່ນບໍ່ຄວນນຳມາຈຳໜ່າຍໃຫ້ແກ່ລູກຄ້າ ພ້ອມນີ້ ຜູ້ບໍລິໂພກກໍເຊັ່ນດຽວກັນ ເວລາຊື້ກໍຕ້ອງກວດເບິ່ງອາຍຸການບໍລິໂພກເຊັ່ນດຽວກັນ ຖ້າໃກ້ໝົດອາຍຸ ຫຼື ໝົດອາຍຸແລ້ວແມ່ນບໍ່ຄວນນຳມາບໍລິໂພກ ເຊິ່ງອາດຈະເຮັດໃຫ້ອາຫານເປັນພິດຕໍ່ຕົນເອງ ແລ້ວຈະເກີດຜົນເສຍຫຼາຍຢ່າງຕາມມາ.

ຕໍ່ກັບອາຫານທີ່ຍຶດມານັ້ນ ມາໃນວັນທີ 18 ກໍລະກົດ 2023 ທາງເຈົ້າໜ້າທີ່ກວດກາການຄ້າແຂວງ ໄດ້ນຳໄປຈູດທຳລາຍຖີ້ມ.

ແຫຼ່ງຂ່າວ ສະຖານີວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...