Homeຂ່າວຕ່າງປະເທດທ່ານ ພິທາ ລິ້ມຈະເລີນຣັດ ກຽມສະເໜີຊື່ອີກຄັ້ງ ໃນວັນທີ 19 ກໍລະກົດ 2023 ນີ້

ທ່ານ ພິທາ ລິ້ມຈະເລີນຣັດ ກຽມສະເໜີຊື່ອີກຄັ້ງ ໃນວັນທີ 19 ກໍລະກົດ 2023 ນີ້

Published on

ຜົນການໂຫວດນາຍົກລັດຖະມົນຕີ 2023: ທີ່ປະຊຸມລັດຖະສະພາ ໂຫວດນາຍົກລັດຖະມົນຕີ ຄັ້ງທຳອິດ ທ່ານ ພິທາ ລິ້ມຈະເລີນຣັດ ໄດ້ຄະແນນບໍ່ຮອດ 375 ສຽງ ເຊິ່ງຈະໄດ້ກຽມສະເໜີຊື່ຄັ້ງຕໍ່ໄປໃນວັນທີ 19 ກໍລະກົດ 2023.

ອີງຕາມສຳນັກຂ່າວ ໄທລັດ ລາຍງານໃນວັນທີ 13 ກໍລະກົດ 2023 ນີ້ວ່າ: ການປະຊຸມຮ່ວມກັນຂອງລັດຖະສະພາ  ເຊິ່ງມີສະມາຊິກສະພາຜູ້ແທນລາຊະດອນ (ສ.ສ) ແລະ ສະມາຊິກວຸດທິສະພາ (ສ.ວ) ໃນຖານະສະມາຊິກລັດຖະສະພາ ເຂົ້າຮ່ວມການປະຊຸມ ໂດຍທ່ານ ວັນມູຫະມັດນໍ ມະທາ ເປັນປະທານລັດຖະສະພາ .

ໃນນີ້, ໄດ້ມີການປຶກສາຫາລືກັນຢ່າງກ້ວາງຂວາງຢ່າງຕໍ່ເນື່ອງຕາມເວລາຈັດສັນ ເຊິ່ງແມ່ນ 6 ຊົ່ວໂມງ ແລະ ກຳໜົດເວລາການເລີ່ມລົງຄະແນນສຽງນັບແຕ່ເວລາ 17:00 ໂມງເປັນຕົ້ນໄປ, ເຊິ່ງເປັນການລົງຄະແນນສຽງຕາມຕົວອັກສອນ, ​ເຊິ່ງມະຕິ​ສະບັບ​ນີ້​ຕ້ອງ​ໄດ້​ຄະ​ແນນ​ສຽງ 375 ສຽງ​ຫຼື​ຫຼາຍ​ກວ່າ​ນັ້ນ, ທ່ານ​ ພິທາ ລິ້ມຈະເລີນຣັດ ​ຈະ​ຂຶ້ນ​ເປັນ​ນາຍົກລັດຖະມົນຕີ. ນັ້ນ​ແມ່ນຈຳນວນ​ເຄິ່ງໜຶ່ງ​ຂອງ​ສະມາຊິກ​ລັດຖະສະພາ 749 ຄົນ ​ເນື່ອງຈາກ ສ.ວ ຄົນໜຶ່ງລາ​ອອກ.

ເຊິ່ງຄະແນນໂຫວດນາຍົກລັດຖະມົນຕີຫຼ້າສຸດ ຫຼັງ​ຈາກ​ເວລາຜ່ານໄປເກືອບ 2 ຊົ່ວ​ໂມງ, ຜົນ​ຂອງ​ມະຕິ​ປະກົດ​ວ່າ, ທ່ານ ພິທາ ລິ້ມຈະເລີນຣັດ ​ໄດ້​ຮັບ​ສຽງ​ເຫັນ​ດີ​ໜ້ອຍ​ກວ່າ 375 ສຽງ, ​ເຮັດ​ໃຫ້​ບໍ່​ສາມາດ​ຜ່ານ​ການ​ລົງ​ຄະ​ແນນ​ສຽງ​ຂອງ​ນາຍົກລັດຖະມົນຕີ​ເປັນ​ຄັ້ງ​ທຳ​ອິດໄດ້ ເຊິ່ງທ່ານ ພິທາ ຈະສະເໜີຊື່ອີກຄັ້ງໃນວັນທີ 19 ກໍລະກົດ 2023.

ສະຫຼຸບຄະແນນຜົນໂຫວດນາຍົກລັດຖະມົນຕີ

ເຫັນດີ 324 ສຽງ, ບໍ່ເຫັນດີ 182 ສຽຽ, ງົດອອກສຽງ 199 ສຽງ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...