spot_img
Homeຂ່າວພາຍ​ໃນກະຊວງການເງິນກຽມອອກພັນທະບັດມູນຄ່າ 3 ພັນລ້ານບາດ ໃຫ້ແກ່ນັກລົງທຶນຈາກປະເທດໄທ

ກະຊວງການເງິນກຽມອອກພັນທະບັດມູນຄ່າ 3 ພັນລ້ານບາດ ໃຫ້ແກ່ນັກລົງທຶນຈາກປະເທດໄທ

Published on

ກະຊວງການເງິນ ສປປ ລາວ ກຽມອອກພັນທະບັດມູນຄ່າ 3.610 ລ້ານບາດ ເພື່ອເປັນການພັດທະນາປະເທດ.

ໄລຍະການຈອງຊື້ພັນທະບັດສະກຸນເງິນບາດ ປະກອບມີ 2 ຊຸດຄື ມີກຳນົດຈອງໃນວັນທີ 31 ກໍລະກົດ ແລະ 2-3 ສິງຫາ 2023 ລວມມູນຄ່າ 3.610,30 ລ້ານບາດ.

ໃນຊຸດທຳອິດມີໄລຍະເວລາ 3 ປີ ໂດຍມີອັດຕາດອກເບ້ຍ 6,1%/ປີ ຄົບກຳນົດໃນປີ 2026, ຊຸດທີ່ສອງ ອັດຕາດອກເບ້ຍ 6,6%/ປີ ຄົບກຳນົດໃນປີ 2027 ກຳນົດຊຳລະດອກເບ້ຍທຸກໆ 3 ເດືອນ.

ທັ້ງນີ້ ກະຊວງການເງິນແຫ່ງ ສປປ ລາວ ແຈ້ງການສະເໜີຂາຍພັນທະບັດທີ່ບໍ່ມີເງື່ອນໄຂ ແລະ ບໍ່ມີຫຼັກຊັບຄໍ້າປະກັນ ໃຫ້ແກ່ນັກລົງທຶນສະຖາບັນຈາກໄທ ທີ່ມີມູນຄ່າສຸດທິສູງເຖິງ 1,000 ບາດຕໍ່ຫົວໜ່ວຍ ຊື້ຂັ້ນຕໍ່າ 100 ຫົວໜ່ວຍ.

ພັນທະບັດມູນຄ່າ 3.610,30 ລ້ານບາດ ຈະນຳເງິນມາຊຳລະໜີ້ທີ່ເກີດພັນທະບັດຊຸດເກົ່າທີ່ຈະຄົບກຳນົດຖອນໃນເດືອນພະຈິກ ປີ 2023.

  • ພັນທະບັດ ກະຊວງການເງິນ ສະບັບເລກທີ 1/2559 ຊຸດທີ 3 ມູນຄ່າ 1.063,80 ລ້ານບາດ ຄົບກຳນົດໄຖ່ຖອນປີ 2023.
  • ແລະ ພັນທະບັດ ກະຊວງການເງິນ ເລກທີ 1/2561 ຊຸດທີ 2 ມູນຄ່າ 2.546,50 ລ້ານບາດ ຄົບກຳນົດໄຖ່ຖອນປີ 2023.

ຢ່າງໃດກໍຕາມ ທ່ານ ສຸລິວັດ ສຸວັນນະຈູມຄຳ ກົມຄຸ້ມຄອງໜີ້ສິນສາທາລະນະ ກະຊວງການເງິນ ແຫ່ງ ສປປ ລາວ ເນັ້ນຕື່ມວ່າ ພັນທະບັດອາດຈະໄດ້ຮັບການຕອບຮັບດີຈາກກຸ່ມນັກລົງທຶນປະເທດໄທ ທີ່ເຊື່ອໝັ້ນໃນທ່າແຮງການເຕີບໃຫຍ່ຂອງ ສປປ ລາວ ເຊິ່ງໃນປີ 2013 ໄດ້ຮັບການຕອບຮັບຈາກນັກລົງທຶນໄທເປັນຢ່າງດີ ເນື່ອງຈາກບໍ່ເຄີຍມີປະຫວັດຜິດນັດຊຳລະກັບນັກລົງທຶນ ສາມາດຊະລຳຄືນເງິນຕົ້ນ ແລະ ດອກເບ້ຍໄດ້ຕາມເງື່ອນໄຂມາຕະຫຼອດ.

ແຫຼ່ງຂ່າວ Nationthailand

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...