Homeຂ່າວຕ່າງປະເທດພິຈາລະນາຄະດີຕໍ່ເຈົ້າໜ້າທີ່ຫວຽດນາມຫຼາຍກວ່າ 50 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ

ພິຈາລະນາຄະດີຕໍ່ເຈົ້າໜ້າທີ່ຫວຽດນາມຫຼາຍກວ່າ 50 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ

Published on

ເຈົ້າໜ້າທີ່ຫວຽດນາມຫຼາຍກວ່າ 50 ຄົນ ຂຶ້ນສານຮັບການພິຈາລະນາຄະດີໃນວັນທີ 11 ກໍລະກົດ ໃນຂໍ້ຫາສໍ້ລາດບັງຫຼວງກ່ຽວກັບຖ້ຽວບິນຮັບພົນລະເມືອງກັບຄືນປະເທດໃນຊ່ວງການແພ່ລະບາດຂອງໂຄວິດ-19 ເຮັດໃຫ້ລັດຖະມົນຕີຫຼາຍຄົນຖືກໄລ່ອອກ.

ຄະດີນີ້ເປັນສ່ວນໜຶ່ງໃນການສະກັດກັ້ນການສໍ້ລາດບັງຫຼວງຄັ້ງໃຫຍ່ ທີ່ນຳໄປສູ່ການລາອອກຕຳແໜ່ງຂອງທ່ານ ຫງວຽນ ຊັວນ ຟຸກ ປະທານປະເທດແຫ່ງ ສສ ຫວຽດນາມ.

ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2023 ທາງການຫວຽດນາມໄດ້ເຜີຍແຜ່ພາບຜູ້ຖືກຫາ ທີ່ຖືກຕຳຫຼວດນຳໂຕໄປສານນະຄອນຫຼວງຮ່າໂນຍ ເຊິ່ງໃນນີ້ລວມມີ ຊູ ຊວນ ດຸງ (Chu Xuan Dung) ອະດີດຮອງເຈົ້າຄອງນະຄອນຫຼວງຮ່າໂນຍ ແລະ ຫວູ ຮອງ ນຳ (Vu Hong Nam) ອະດີດເອກອັກຄະລັດຖະທູດຫວຽດນາມປະຈຳຍີ່ປຸ່ນ.

ໃນຕົ້ນອາທິດທີ່ຜ່ານມາ ໜັງສືພິມແຖ່ງນຽນ ລາຍງານວ່າ: ໄອຍະການຕັ້ງຂໍ້ຫາເຈົ້າໜ້າທີ່ ແລະ ລັດຖະກອນ 21 ຄົນ ທີ່ເອີ້ນເກັບເງິນເຖິງ 7 ລາ້ນໂດລາ ຈາກທຸລະກິດ 100 ແຫ່ງ ເພື່ອແກ້ໄຂບັນຫາຂະບວນການຕ່າງໆສຳລັບການສົ່ງຄົນກັບປະເທດ.

ສ່ວນເຈົ້າໜ້າທີ່ອີກ 33 ຄົນ ຈະຖືກຂໍ້ຫາອື່ນໆ ທີ່ລວມເຖິງການສະເໜີ ຫຼື ເປັນຄົນກາງໃຫ້ເງິນສໍ້ໂກງ ແລະ ການໃຊ້ອຳນາດທີ່ບໍ່ຖືກຕ້ອງ ໂດຍມີຈຳນວນເງິນທີ່ກ່ຽວຂ້ອງທັງໝົດສູງເຖິງ 9,5 ລ້ານໂດລາ ໃນນັ້ນລວມມີເງິນ 2,65 ລ້ານໂດລາ ທີ່ມອບໃຫ້ເຈົ້າໜ້າທີ່ຕຳຫຼວດເພື່ອຫຼີກລ່ຽງການຖືກດຳເນີນຄະດີ.

ຜູ້ຖືກຫາ 18 ຄົນທີ່ລວມເຖິງ ໂຕ ແອງ ດຸງ (To Anh Dung) ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຫງຽນ ກວາງ ລິງ (Nguyen Quang Linh) ອະດີດຮອງນາຍົກລັດຖະມົນຕີ ອາດຈະໄດ້ຮັບໂທດປະຫານຊີວິດ ຖ້າຫາກພົບວ່າມີຄວາມຜິດແທ້.

ຟາມ ຈຸງ ກຽນ (Pham Trung Kien) ອະດີດຮອງລັດຖະມົນກະຊວງສາທາລະນະສຸກ ຮັບເງິນຈາກການສໍ້ລາດບັງຫຼວງເຖິງ 253 ຄັ້ງ ໃນຊ່ວງ 11 ເດືອນ ລວມມູນຄ່າ 1,8 ລ້ານໂດລາ.

ທັ້ງນີ້ ໃນປີ 2020 ຫວຽດນາມໄດ້ປິດປະເທດເພື່ອຄວບຄຸມການແພ່ລະບາດຂອງໂຄວິດ ແລະ ຈັດຖ້ຽວບິນ 800 ຖ້ຽວເພື່ອນຳເອົາພົນລະເມືອງຂອງຕົນຈາກ 60 ປະເທດ ກັບຄືນປະເທດ.

ແຕ່ຜູ້ທີ່ຈະເດີນທາງກັບຕ້ອງພົບກັບຫຼາຍຂັ້ນຕອນ ແລະ ຍັງຕ້ອງໄດ້ຈ່າຍຄ່າປີ້ຍົນ ຄ່າທຳນຽມທີ່ແພງໃນການກັກໂຕ ເພື່ອທີ່ຈະເດີນທາງກັບຫວຽດນາມ.

ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ ຖືກກ່າວຫາວ່າ ຮັບເງິນທີ່ສໍ້ລາດບັງຫຼວງເກືອບ 910.000 ໂດລາ ເພື່ອເພີ່ມບໍລິສັດລົງລາຍຊື່ຜູ້ໃຫ້ບໍລິການຖ້ຽວບິນສົ່ງພົນລະເມືອງກັບປະເທດ.

ນອກນີ້ ໃນຕົ້ນປີທີ່ຜ່ານມາ ສະພາແຫ່ງຊາດຍັງໄດ້ສັ່ງປົດ ຟ້າມ ບິ່ງ ມິງ (Pham Binh Minh) ແລະ  ຫວູ ດຶກ ດຳ (Vu Duc Dam) ອອກຈາກຕຳແໜ່ງຮອງນາຍົກລັດຖະມົນຕີ ເຊິ່ງໃນຂະນະນັ້ນ ຟ້າມ ບິ່ງ ມິງ ດຳລົງຕຳແໜ່ງລັດຖະມົນຕີການຕ່າງປະເທດ ແລະ ຫວູ ດຶກ ດຳ ເປັນຜູ້ຮັບຜິດຊອບການຈັດການ ການແພ່ລະບາດຂອງໂຄວິດ-19.

ເຈົ້າໜ້າທີ່ ແລະ ນັກທຸລະກິດຫຼາຍກວ່າ 100 ຄົນ ຖືກຈັບເນື່ອງຈາກກ່ຽວຂ້ອງກັບການແຈກຢາຍຊຸດກວດໂຄວິດ-19.

ການພິຈາລະນາຄະດີຖ້ຽວບິນຮັບພົນລະເມືອງກັບປະເທດນີ້ ມີຂຶ້ນພາຍຫຼັງການດຳເນີນການສືບສວນ-ສອບສວຍເປັນເວລາດົນ ແລະ ກ່ຽວຂ້ອງກັບທະນາຍຝ່າຍຈຳເລີຍຫຼາຍກວ່າ 100 ຄົນ ມີກຳນົດຈະໃຊ້ເວລາ 1 ເດືອນ.

ທີ່ມາ channelnewsasia, vietnamnews,

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...