spot_img
Homeຂ່າວພາຍ​ໃນໂຄງການພະລັງງານໄຟຟ້າທີ່ ຜ-ຟຟລ ຄຸ້ມຄອງຮ້ອຍເປີເຊັນມີທັງໝົດ 10 ໂຄງການ ລວມເປັນກໍາລັງຕິດຕັ້ງ 699 MW

ໂຄງການພະລັງງານໄຟຟ້າທີ່ ຜ-ຟຟລ ຄຸ້ມຄອງຮ້ອຍເປີເຊັນມີທັງໝົດ 10 ໂຄງການ ລວມເປັນກໍາລັງຕິດຕັ້ງ 699 MW

Published on

ຮອດທ້າຍປີ 2022 ກໍາລັງຕິດຕັ້ງຂອງໂຄງການພະລັງງານໄຟຟ້າ ທີ່ມີການດໍາເນີນການຜະລິດແລ້ວຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ທັງໝົດ 1.790 MW

ໃນນັ້ນໂຄງການພະລັງງານໄຟຟ້າທີ່ ຜ-ຟຟລ ຄຸ້ມຄອງຮ້ອຍເປີເຊັນມີທັງໝົດ 10 ໂຄງການ ລວມເປັນກໍາລັງຕິດຕັ້ງ 699 MW (ນັບລວມໂຄງການພາກຂະຫຍາຍນໍ້າງື່ມ-1) ໂຄງການຜູ້ ຜະລິດໄຟຟ້າເອກະລາດ ( IPPs) ທີ່ ຜ-ຟຟລ ເຂົ້າຖືຮຸ້ນທັງໝົດ 18 ໂຄງການ, ລວມກຳລັງຕິດຕັ້ງຕາມສັດສ່ວນ 1.091 MW.

ສະເພາະ 10 ໂຄງການເຂື່ອນໄຟຟ້າພະລັງງານນໍ້າ ທີ່ ຜ-ຟຟລ ຄຸ້ມຄອງຮ້ອຍເປີເຊັນ ໄດ້ແຍກເປັນເຂື່ອນຝາຍນໍ້າລົ້ນ ແລະ ເປັນແບບອ່າງເກັບນ້ຳຄື: ປະເພດເຂື່ອນຝາຍນ້ຳລົ້ນ ປະກອບດ້ວຍ: ເຂື່ອນໄຟຟ້າເຊເສັດ1 (45 MW), ເຂື່ອນໄຟຟ້າເຊເສັດ2 (76 MW), ເຂື່ອນໄຟຟ້າແຊລະບຳ (5 MW), ເຂື່ອນໄຟຟ້ານ້ຳສະນາ (14 MW) ແລະ ເຂື່ອນໄຟຟ້ານໍ້າຊອງ (6 MW)
ທັງໝົດ 5 ໂຄງການເຂື່ອນໄຟຟ້າແບບຝາຍນໍ້າລົ້ນ ມີກໍາລັງຕິດຕັ້ງລວມ 146 MW

ປະເພດເຂື່ອນແບບອ່າງເກັບນ້ຳ ມີ 5 ໂຄງການ ປະກອບດ້ວຍ: ເຂື່ອນໄຟຟ້ານໍ້າງື່ມ-1 (275 MW ລວມໂຄງການພາກຂະຫຍາຍ), ເຂື່ອນໄຟຟ້ານໍ້າມັງ 3 (40 MW), ເຂື່ອນໄຟຟ້ານໍ້າເລິກ (60 MW), ເຂື່ອນໄຟຟ້ານໍ້າຄານ2 (130 MW) ແລະ ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ (88 MW) ທັງໝົດ 5 ໂຄງການເຂື່ອນໄຟຟ້າແບບອ່າງເກັບນໍ້າ ລວມມີ ກໍາລັງຕິດຕັ້ງທັງໝົດ 553 MW

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...