Homeຂ່າວພາຍ​ໃນຈັບຜູ້ກໍ່ເຫດລັກສາຍໄຟ-ໝໍ້ແປງໄຟຟ້າ ມູນຄ່າ 45 ລ້ານກີບ

ຈັບຜູ້ກໍ່ເຫດລັກສາຍໄຟ-ໝໍ້ແປງໄຟຟ້າ ມູນຄ່າ 45 ລ້ານກີບ

Published on

ວັນທີ 6 ກໍລະກົດ 2023 ນີ້ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ ລາຍງານວ່າ: ໄດ້ນໍາຕົວເປົ້າໝາຍທີ່ເຄື່ອນໄຫວກໍ່ເຫດລັກຊັບ (ສາຍໄຟ, ໝໍ້ແປງໄຟຟ້າ) ທົດສະກໍາຄືນເຫດການລັກຊັບ ເພື່ອທໍາແຜນປະກອບຄໍາສາລະພາບ ໂດຍມີເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງພ້ອມດ້ວຍພະນັກງານຈາກລັດວິສາຫະກິດໄຟຟ້າ ປະຈໍາແຂວງອຸດົມໄຊເຂົ້າຮ່ວມ.

ເຊິ່ງມີ (ສາຍໄຟ ໝໍ້ແປງໄຟຟ້າ) ເສຍຫາຍຈໍານວນ 4 ຈຸດຄື: ຈຸດ 4 ແຍກໂຮງພິມ ບ້ານປ່າສັກ, ຈຸດເສັ້ນທາງເຂດບ້ານພູຂຽວ ແລະ ຈຸດເສັ້ນທາງບ້ານນາເລົາເມືອງໄຊ ແຂວງອຸດົມໄຊ ອີກ 2 ຈຸດ. ໃນນີ້ມີສາຍໄຟຟ້າປະເພດກາບທອງ ຂະໜາດ 4×50 ຈໍານວນ 16 ແມັດ ແລະ ຂະໜາດ 4×35 ຈໍານວນ 23 ແມັດ ລວມມູນຄ່າເສຍຫາຍທັງໝົດ 45.641.874 ກີບ.

ພັຕ ບຸນເມກ ສຸດາຈັນ ຫົວໜ້າພະແນກຕໍາຫຼວດ ສືບສວນ-ສອບສວນ ປກສ ແຂວງອຸດົມໄຊໄດ້ໃຫ້ຮູ້ວ່າ: ໃນເວລາປະມານ 3 ໂມງເຊົ້າ ຂອງວັນທີ 25 ກຸມພາ 2023 ໄດ້ມີຄົນຮ້າຍເຄື່ອນໄຫວລັກຕັດເອົາສາຍໄຟຢູ່ໝໍ້ແປງໄຟຟ້າເຂດເທດສະບານເມືອງໄຊ, ພາຍຫຼັງຮັບແຈ້ງເຫດການຈາກພົນລະເມືອງດີ ດັ່ງນັ້ນຄະນະບັນຊາຫ້ອງຕໍາຫຼວດ ປກສ ແຂວງຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະສົມທົບກັບພາກສ່ວນກ່ຽວຂ້ອງລົງກວດກາສະຖານທີ່ເກີດເຫດເຫັນວ່າມີມູນຄວາມຈິງແທ້, ຈາກການເກັບກໍາຂໍ້ມູນຫຼັກຖານ ແລະ ສືບຫາເປົ້າໝາຍທີລົງມືກໍ່ເຫດ.

ມາໃນວັນທີ 26 ກຸມພາ 2023 ສາມາດກັກຕົວຜູ້ກະທໍາຜິດໄດ້ 2 ຄົນ ຊື່ທ້າວ ຈູຊົງ ອາຍຸ 30 ປີ ອາຊີບວ່າງງານ, ຢູ່ໜ່ວຍ 17 ບ້ານດອນໄຊ ເມືອງໄຊ ແລະ ກັັກຕົວ ທ້າວ ວົງວິໄລ ຫຼື ໂຕ້ ອາຍຸ 27 ປີ ອາຊີບວ່າງງານ ຢູ່ໜ່ວຍ 02 ບ້ານນາເລົາ ເມືອງໄຊ ແຂວງອຸດົມໄຊ ໃນຂໍ້ຫາລັກຊັບຕາມປະມວນກົດໝາຍອາຍາ ມາດຕາ 231 ວັກ 1.

ຜ່ານການສືບສວນ-ສອບສວນ ທ້າວຈູຊົງ ຜູ້ກະທໍາຜິດໄດ້ຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ໄລຍະຜ່ານມາແມ່ນໄດ້ເຄື່ອນໄຫວລັກຊັບຄື: ກໍລະນີດັ່ງກ່າວມາແລ້ວ 3 ຄັ້ງ, ຮ່ວມສົມຮູ້ຮ່ວມຄິດກັບ ທ້າວ ວົງວິໄລ ຫຼື ໂຕ້ ຈໍານວນ 1 ຄັ້ງ, ເມື່ອລັກໄດ້ແລ້ວ ຕົນໄດ້ປອກເອົາຢາງຫຸ້ມອອກແລ້ວເອົາໄປຂາຍໃຫ້ຄົນບໍ່ຮູ້ຊື່ ຢູ່ເຂດບ້ານຖິ່ນ ເມືອງໄຊ ໃນກິໂລລະ 70.000 ກີບ, ເງິນທີ່ໄດ້ຈາກການຂາຍຊັບໄດ້ໄປໃຊ້ຈ່າຍຫຼິ້ນກິນຟຸມເຟືອຍ ແລະ ຄັ້ງທີ 04 ເວລາ 3 ໂມງເຊົ້າຂອງວັນທີ 25 ກຸມພາ 2023 ຕົນໄດ້ຂັບຂີ່ລົດຈັກອອກຈາກຖຽງນາເຂດບ້ານຖິ່ນ ເມືອງໄຊ ບ່ອນທີ່ຕົນພັກເຊົາຢູ່ ຈຸດປະສົງແມ່ນໄປຊອກລັກຊັບ (ປະເພດສາຍໄຟ) ພໍຮອດຈຸດ 4 ແຍກໂຮງພິມ ບ້ານປ່າສັກ ຈິ່ງຈອດລົກຈັກໄວ້ແຄມທາງ ແລ້ວລົງມືກໍ່ເຫດ.

ການລັກຊັບແຕ່ລະຄັ້ງແມ່ນໃຊ້ໄມ້ປ່ອງຂະໜາດຍາວປະມານ 20 ຊັງຕີແມັດ ຊຸບໃສ່ຮູຫຼັກເສົາ ແລ້ວປີນຂຶ້ນໄປເທິງໝໍ້ແປງໄຟຟ້າແລ້ວໃຊ້ ຄີມຕັດເຫຼັກຂະໜາດຍາວ 40 ຊັງຕີແມັດ ທີ່ກຽມມາຕັດສາຍກາບທອງ ຈິ່ງຖືກໄຟຟ້າຊັອດຕົກລົງໃສ່ເຮືອນຂອງປະຊາຊົນ ຈິ່ງຖືກເຈົ້າໜ້າທີ່ກັກຕົວດໍາເນີນຄະດີຕາມລະບຽບກົດໝາຍ.

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...