spot_img
Homeຂ່າວຕ່າງປະເທດJapan Airline ໃຫ້ເຊົ່າເຄື່ອງນຸ່ງສຳລັບຜູ້ໂດຍສານທີ່ຈະເດີນທາງໄປຍີ່ປຸ່ນ

Japan Airline ໃຫ້ເຊົ່າເຄື່ອງນຸ່ງສຳລັບຜູ້ໂດຍສານທີ່ຈະເດີນທາງໄປຍີ່ປຸ່ນ

Published on

Japan Airline ໃຫ້ບໍລິການເຊົ່າເຄື່ອງນຸ່ງ ເພື່ອໃຫ້ຜູ້ໂດຍສານບໍ່ຈຳເປັນຕ້ອງຖືກະເປົາໜັກ.

ໃນວັນທີ 5 ກໍລະກົດ 2023 ສາຍການບິນ Japan Airline ໄດ້ຮ່ວມມືກັບບໍລິສັດ Sumitomo ເພື່ອໃຫ້ບໍລິການດັ່ງກ່າວ ຜູ້ໂດຍສານສາມາດເຂົ້າເວັບໄຊ້ Any Wear, Anywhere ເພື່ອຮັບບໍລິການເຊົ່າເຄື່ອງນຸ່ງລ່ວງໜ້າ 1 ເດືອນ ດ້ວຍການໃສ່ຂໍ້ມູນຖ້ຽວບິນ ເພື່ອໃຫ້ເຄື່ອງນຸ່ງຈະສົ່ງໄປຫາບ່ອນພັກພາຍໃນມື້ທີ່ຈະເດີນທາງເຂົ້າປະເທດ.

ໃນໂຄງການດັ່ງກ່າວ ມີແນວຄິດເພື່ອຊ່ວຍຫຼຸດພະລັງງານເຊື້ອໄຟ ແລະ ຫຼຸດການປ່ອຍກາສກາກບອນ CO2.

ການບໍລິການດັ່ງກ່າວ ສາມາດສັ່ງເຄື່ອງນຸ່ງໄດ້ສູງສຸດ 8 ຢ່າງ ແລະ ເກັບໄວ້ໄດ້ດົນເຖິງ 2 ອາທິດ ໂດຍແຕ່ລະຊຸດຈະມີລາຄາເຊົ່າຢູ່ທີ່ 4.000-7.000 ເຢນ ຫຼື ປະມານ 500.000-900.000 ກີບ.

ໃນໄລຍະທຳອິດ ຈະເປີດໃຫ້ບໍລິການຈຳກັດສະເພາະຜູ້ໂດຍສານທີ່ເດີນທາງເຂົ້າປະເທດຍີ່ປຸ່ນຜ່ານສາຍການບິນ Japan Airline ຈົນເຖິງ 24 ສິງຫາ ແຕ່ຖ້າປະສົບຄວາມສຳເລັດ ໃນອະນາຄົດທາງ Sumitomo ອາດໃຫ້ບໍລິການໃນເຄືອຂ່າຍຂອງສາຍການບິນ Oneworld ເຊັ່ນ American Airlines, British Airways, Cathay Pacific ແລະ Malaysia Airlines.

ການທີ່ຜູ້ໂດຍສານເອົາເຄື່ອງນຸ່ງມາໜ້ອຍລົງ ຊ່ວຍຫຼຸດນ້ຳໜັກທີ່ເຮືອບິນຈະຕ້ອງບັນທຸກ ໂດຍຂໍ້ມູນຂອງສາຍການບິນໃຫ້ຮູ້ວ່າ ໄລຍະຖ້ຽວບິນໂຕກຽວໄປຫານິວຢອກ ນ້ຳໜັກຂອງເຄື່ອງນຸ່ງທີ່ຫຼຸດລົງ 1 ກິໂລກຼາມ ຈະຊ່ວຍຫຼຸດປະລິມານກາກບອນໃນອາກາດໄດ້ 0.75 ກິໂລກຼາມ.

ນອກຈາກຈະຊ່ວຍຫຼຸດປະລິມານກາສກາກບອນໄດ້ແລ້ວ ຍັງຄາດວ່າຈະຊ່ວຍຫຼຸດປະລິມານເຄື່ອງນຸ່ງທີ່ຖືກຖິ້ມ ແລະ ຫຼຸດບັນຫາເລື່ອງ Fast Fashion ໄດ້ອີກດ້ວຍ.

ແຫຼ່ງຂ່າວ nikkei asia

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...