Homeຂ່າວຕ່າງປະເທດການເຮັດບັດປະຊາຊົນຫ້າມເກີນ 15 ນາທີ

ການເຮັດບັດປະຊາຊົນຫ້າມເກີນ 15 ນາທີ

Published on

ໃນວັນທີ 6 ກໍລະກົດ 2023 ຜ່ານມາ, ທ່ານ ຊັດຊາດ ສິດທິພັນ ຜູ້ວ່າກຸງເທບມະຫານະຄອນ ກຳນົດການເຮັດບັດປະຊາຊົນຫ້າມເກີນ 15 ນາທີຖ້າເຂດໃດໃຫ້ຖ້າຄິວດົນຈະມີ Line Alert ແຈ້ງເຕືອນເຖິງຜູ້ບໍລິຫານ, ໂດຍເຜີຍໃຫ້ເຫັນມາດຕະຖານໃນກນບໍລິການປະຊາຊົນວ່າ: ທີ່ຜ່ານມາຍັງມີປະຊາຊົນທີ່ຮຽກຮ້ອງ ຜ່ານ Traffy fondue ວ່າບາງເຂດຍັງມີປະຊາຊົນທີ່ຕ້ອງຖ້າຄິວໃຊ້ບໍລິການເປັນຈຳນວນຫຼາຍ ຈຶ່ງຕ້ອງເນັ້ນເລື່ອງການໃຫ້ບໍລິການທພາຍໃນເຂດ  ແລະ ໃນສ່ວນຂອງການຂໍໃບອະນຸຍາດ ແລະ ການໃຫ້ຂໍ້ມູນຕ່າງໆຜ່ານໂທລະສັບ

ຈາກຂໍ້ມູນ BMAQ ຕັ້ງແຕ່ເດືອນ ມັງກອນ-ມິຖຸນາ 2023 ມີການໃຫ້ບໍລິການເຮັດບັດປະຊາຊົນຫຼາຍກວ່າ 700.000 ໃບ. ທະບຽນຣາດຊະການ 400,000 ໃບ ການໃຫ້ບໍລິການເຮັດບັດປະຊາຊົນຕ້ອງບໍ່ໃຫ້ເກີນ 15 ນາທີ ແຕ່ໃນປັດຈຸບັນໃຊ້ເວລາຫຼາຍກວ່າ 15 ນາທີເຊິ່ງຫຼາຍກວ່າ 51%, ທັງນີ້ການໃຊ້ເທັກໂນໂລຢີເປັນແບບການຈອງອອນລາຍ ໂດຍການເຮັດ Line Alert ເມື່ອມີປະຊາຊົນທີ່ຖ້າຄິວເກີນ 15 ນາທີຈະແຈ້ງເຕືອນໄປຫາຜູ້ບໍລິຫານໂດຍກົງ ເພື່ອທີ່ຈະສາມາດແກ້ໄຂບັນຫາໄດ້ທັນທີ.

ທີ່ມາ: ອີຈັນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...