spot_img
Homeຂ່າວພາຍ​ໃນສສຊ ແຂວງສາລະວັນ ປະກອບຄຳເຫັນກ່ຽວກັບໂຄງການລົງທຶນຂອງລັດ ທີ່ມີຜົນກະທົບຕໍ່ທີ່ດິນຂອງປະຊາຊົນ

ສສຊ ແຂວງສາລະວັນ ປະກອບຄຳເຫັນກ່ຽວກັບໂຄງການລົງທຶນຂອງລັດ ທີ່ມີຜົນກະທົບຕໍ່ທີ່ດິນຂອງປະຊາຊົນ

Published on

ບັນຫາເລື່ອງໂຄງການລົງທຶນຂອງລັດ ສ້າງຜົນກະທົບຕໍ່ການດຳລົງຊີວິດ ການທຳມາຫາກິນຂອງປະຊາຊົນ ໂດຍລັດຖະບານບໍ່ສາມາດທົດແທນໄດ້ຕາມຄວາມເໝາະສົມ ຈຶ່ງສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ.

ທ່ານ ຄຳສິງ ໄຊສົມແພງ ສສຊ ແຂວງສາລະວັນ ປະກອບຄຳເຫັນກ່ຽວກັບໂຄງການລົງທຶນຂອງລັດ ທີ່ມີຜົນກະທົບຕໍ່ທີ່ດິນຂອງປະຊາຊົນ ບໍ່ວ່າຈະແມ່ນໂຄງການກໍ່ສ້າງພື້ນຖານໂຄງລ່າງເຊັ່ນ: ຖະໜົນຫົນທາງ, ເສັ້ນທາງລົດໄຟ, ເສັ້ນທາງດ່ວນ, ຫຼື ເສັ້ນທາງອື່ນໆ, ໂຄງການສຳປະທານຂອງທັງພາຍໃນ ແລະ ຕ່າງປະເທດ ເຊິ່ງບາງໂຄງການກໍໄດ້ສຳເລັດໄປແລ້ວ ແຕ່ຍັງມີບັນຫາເລື່ອງການຊົດເຊີຍທີ່ຍັງແກ້ໄຂບໍ່ໄດ້.

ສະນັ້ນ ບັນຫາທີ່ຍັງຄົງຄ້າງ ສາມາດເຫັນໄດ້ວ່າ ຍັງມີຂໍ້ບົກພ່ອງເລື່ອງການປະຕິບັດຕາມກົດໝາຍທີ່ໄດ້ກຳນົດໄວ້ ໂດຍສະເພາະກົດໝາຍວ່າດ້ວຍທີ່ດິນ ເຊິ່ງບັນນີ້ ເວລາມີຄວາມຈຳເປັນຕ້ອງການເອົາທີ່ດິນຂອງປະຊາຊົນມາເປັນອັນລວມ ລັດຕ້ອງໄດ້ຊ່ວຍເຫຼືອທົດແທນທີ່ດິນຂອງປະຊາຊົນຕາມລາຄາທີ່ເໝາະສົມ, ໃນມາດຕາ 71 ແລະ 72 ໃນກົດໝາຍວ່າດ້ວຍທີ່ດິນ ໄດ້ກຳນົດໄວ້ວ່າ ເພື່ອໃຫ້ກຳນົດລາຄາດິນໃຫ້ເໝາະສົມຕ້ອງໄດ້ແຕ່ງຕັ້ງຄະນະກຳມະການກວດກາ ໂດຍຄະນະກຳມະການນັ້ນຕ້ອງມາຈາກປະຊາຊົນທີ່ກ່ຽວຂ້ອງ ຕ້ອງເປັນຜູ້ມີປະສົບການແທ້ໃນການຕີລາຄາທີ່ດິນ.

ທັ້ງນີ້ ລັດຖະບານກໍບໍ່ມີທີ່ດິນບ່ອນອື່ນທົດແທນໃຫ້ແກ່ປະຊາຊົນທີ່ເສຍດິນບ່ອນທຳມາຫາກິນ, ພ້ອມກັນນີ້ ໃນເວລາສຳຫຼວດກວດກາທີ່ດິນບ່ອນຖືກໂຄງການ ມີການປະເມີນຕີລາຄາ ແລະ ດຳເນີນໂຄງການໄປພ້ອມກັນ ຈຶ່ງເຮັດໃຫ້ທີ່ດິນມີລາຄາສູງຫຍຸ້ງຍາກຕໍ່ການທົດແທນ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...