spot_img
Homeຂ່າວຕ່າງປະເທດຄືນທີ 5 ໃນຝຣັ່ງເກີດການປະທ້ວງ ເຫດຕຳຫຼວດຍິງໄວໝຸ່ມເສຍຊີວິດ

ຄືນທີ 5 ໃນຝຣັ່ງເກີດການປະທ້ວງ ເຫດຕຳຫຼວດຍິງໄວໝຸ່ມເສຍຊີວິດ

Published on

ໃນວັນທີ 2 ກໍລະກົດ 2023 ຜ່ານມາ, ຕຳຫຼວດ ແລະ ກຸ່ມກໍ່ການຮ້າຍ​ໄດ້​ປະ​ທະ​ກັນ​ຢູ່​ນະຄອນມາເຊີຍ (Marseille) ຂອງ​ປະເທດຝຣັ່ງ ໃນຂະນະທີ່ປະເທດຝຣັ່ງກຳລັງພົບກັບຄວາມບໍ່ສະຫງົບເປັນ​ຄືນ​ທີ 5 ​ຫຼັງ​ຈາກ​ການ​ເສຍ​ຊີວິດ​ຂອງ​ໄວ​ໜຸ່ມ​ຄົນ​ໜຶ່ງຊື່ ນາເອວ ທີ່ຖືກ​ຕຳຫຼວດ​ຍິງ​ໃນໄລຍະໃກ້ຈົນເສຍຊີວິດ, ວິ​ດີ​ໂອ​ສະ​ແດງ​ໃຫ້​ເຫັນ​ຕຳຫຼວດ​ໃຊ້​ແກັສນ້ຳຕາ, ໃນຂະນະທີ່ເຈົ້າໜ້າທີ່ລະບຸວ່າ ມີການຈັບກຸມຢ່າງນ້ອຍ 56 ຄັ້ງໃນເມືອງມາເຊີຍທາງຕອນໃຕ້ ສ່ວນໃນກຸງປາລີດ ທາງການໄດ້ຈັດກຳລັງເຈົ້າໜ້າທີ່ຕຳຫຼວດ ເປັນຈຳນວນຫຼາຍເຊິ່ງເຮັດໃຫ້ມີການປະທ້ວງສະຫງົບລົງ.

ທ່ານ ເຈີຣາດ ດາມາແນາງ ລັດຖະມົນຕີ ໄດ້ລະບຸວ່າ: ມີການຈັບກຸມແລ້ວ 427 ຄັ້ງໃນຊ່ວງມື້ຄືນທີ່ຜ່ານມາ ແລະ ໄດ້ຍ້ອງຍໍການກະທຳຂອງເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ເຊິ່ງເຮັດໃຫ້ຄືນທີ່ຜ່ານມາມີຄວາມສະຫງົບ, ຫຼັງຕຳຫຼວດ 45,000 ຄົນຖືກສົ່ງໄປປະຈຳການທົ່ວປະເທດໃນຄືນວັນເສົາ ຂະນະທີ່ມີລາຍງານການຈັບກຸມຫຼາຍກວ່າ 1,300 ຄັ້ງ ໃນຄືນວັນສຸກ ແລະ ຫຼາຍກວ່າ 900 ຄັ້ງໃນວັນພະຫັດທີ່ຜ່ານມາ.

ໃນ​ເມືອງ Marseille ຍັງຄົງມີການ​ປະ​ທະ​ກັນ​ຢ່າງ​ຮຸນ​ແຮງ​ລະຫວ່າງ​ຕຳຫຼວດ​ ແລະ​ ພວກ​ກໍ່​ການ​ຮ້າຍ​ຍັງ​ສືບ​ຕໍ່ຈົນ​ດຳ​ເນີນ​ໄປ​ໃນ​ຕອນ​ແລງ​ວັນ​ເສົາ​ຜ່ານ​ມາ, ​ໃນ​ວີດີໂອທີ່​ຖືກ​ເຜີຍ​ແຜ່​ທາງ​ອອນ​ລາຍ ຕຳຫຼວດ​ໄດ້​ໃຊ້​ແກັສນ້ຳຕາ​ເພື່ອ​ຂັບ​ໄລ່​ຜູ້​ແຫ່​ຂະ​ບວນປະ​ທ້ວງ, ລວມທັງ​ການ​ປະ​ທະ​ກັນ​ທີ່​ເກີດ​ຂຶ້ນ​ຢູ່​ຖະໜົນ La Canebière, ​ເສັ້ນທາງ​ໃຫຍ່​ໃຈກາງ​ນະຄອນ Marseille. ແລະເຈົ້າໜ້າທີ່ທ້ອງຖິ່ນ ເປັນເວລາຫຼາຍກວ່າໜຶ່ງຊົ່ວໂມງ.

ນາເອວ ຖືກຍິງໃນໄລຍະໃກ້ ຫຼັງບໍ່ຍອມຈອດລົດເພື່ອໃຫ້ເຈົ້າໜ້າທີ່ກວດສອບ ແລະ ເສຍຊີວິດຫຼັງຈາກໜ່ວຍສຸກເສີນເຂົ້າກວດສອບຈຸດເກີດເຫດ, ເຊິ່ງການເສຍຊີວິດຂອງ ນາເອວ ໄດ້ເກີດເປັນກະແສຖຽງກັນກ່ຽວກັບສະຖານະຂອງຕຳຫຼວດຝຣັ່ງ, ລວມເຖິງກົດໝາຍອາວຸດປືນໃນປີ 2017 ເຊິ່ງອະນຸຍາດໃຫ້ເຈົ້າໜ້າທີ່ສາມາດຍິງໄດ້ຫາກຄົນຮ້າຍບໍ່ຟັ່ງຄຳສັ່ງ, ເຫດການນີ້ຍັງເຊື່ອມໂຍງກ່ຽວກັບການຢຽດເຊື້ອຊາດຂອງຕຳຫຼວດ, ດ້ານສຳນັກງານສິດທິມະນຸດ ຂອງສະຫະປະຊາຊາດ ກ່າວວ່າ: ເຫດການຄວາມບໍ່ສະຫງົບ ຖືເປັນໂອກາດສຳລັບຝຣັ່ງທີ່ຈະຈັດການກັບປັນຫາເຊິງເລິກຂອງການຢຽດເຊື້ອຊາດໃນການບັງຄັບໃຊ້ກົດໝາຍ.

ທີ່ມາ: ໂພສທູເດ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...