Homeຂ່າວຕ່າງປະເທດWHO ກຽມບັນຈຸວ່າສານໃຫ້ຄວາມຫວານແທນນ້ຳຕານສ່ຽງກໍ່ໃຫ້ເກີດມະເຮັງ

WHO ກຽມບັນຈຸວ່າສານໃຫ້ຄວາມຫວານແທນນ້ຳຕານສ່ຽງກໍ່ໃຫ້ເກີດມະເຮັງ

Published on

ອົງການອະນາໄມໂລກ ກຽມບັນຈຸວ່າ ສານໃຫ້ຄວາມຫວານແທນນ້ຳຕານ “ແອສປາແຕມ” ທີ່ໃຊ້ກັນຢ່າງແຜ່ຫຼາຍເປັນໜຶ່ງໃນສານທີ່ອາດກໍ່ໃຫ້ເກີດມະເຮັງ ໃນເດືອນໜ້າ.

ໃນວັນທີ 29 ມິຖຸນາ 2023 ອົງການອະນາໄມໂລກ  (World Health Organization-WHO) ກຽມບັນຈຸວ່າ ສານໃຫ້ຄວາມຫວານແທນນ້ຳຕານ “ແອສປາແຕມ” (Aspartame) ເປັນໜຶ່ງໃນສານກໍ່ມະເຮັງພາຍໃນເດືອນໜ້າ ໂດຍສານດັ່ງກ່າວນີ້ ນຳມາໃຊ້ໃນຜະລິດຕະພັນອາຫານ ແລະ ເຄື່ອງດື່ມຈຳນວນຫຼາຍ ລວມເຖິງນ້ຳອັດລົມ ນ້ຳໝາກໄມ້ ຊິງອົ່ມທີ່ບໍ່ມີນ້ຳຕານ ແຕ່ຜະລິດຕະພັນເຫຼົ່ານີ້ໄດ້ໃສ່ສານໃຫ້ຄວາມຫວານແທນນ້ຳຕານ.

ນີ້ຈະເປັນການຖືກບັນຈຸຄັ້ງທຳອິດ ພາຍຫຼັງມີການເຜີຍແຜ່ຜົນງານວິໄຈກ່ຽວກັບໂຣກມະເຮັງ ແລະ ປະເມີນອັນຕະລາຍຂອງສານຣົດຊາດຫວານທົດແທນນ້ຳຕານ ໂດຍອົງການລະຫວ່າງປະເທດເພື່ອການວິໄຈໂຣກມະເຮັງ ຫຼື IARC ຂອງອົງການອະນາໄມໂລກ ທີ່ສຳເລັດໃນເດືອນມິຖຸນາ.

ຢ່າງໃດກໍຕາມ ໃນລາຍງານກໍບໍ່ໄດ້ໃຫ້ຄຳແນະນຳກ່ຽວກັບປະລິມານແອສປາແຕມທີ່ປອດໄພຕໍ່ຮ່າງກາຍ.

ແຫຼ່ງຂ່າວ ຣອຍເຕີ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...