spot_img
Homeຂ່າວຕ່າງປະເທດຫຼາຍເຫດການຖືກຄັນໄດເລື່ອນດູດຍ້ອນໃສ່ເກີບຊະນິດນີ້!

ຫຼາຍເຫດການຖືກຄັນໄດເລື່ອນດູດຍ້ອນໃສ່ເກີບຊະນິດນີ້!

Published on

ໃນວັນທີ 2 ສິງຫາ 2015 ທີ່ປະເທດໄທ ກໍມີຜູ້ໃຊ້ເຟສບຸກຊື່ Karn Ua ອອກມາໂພສວ່າ ໄດ້ໄປຍ່າງຫຼິ້ນຢູ່ຫ່າງ ເດັກນ້ອຍໄດ້ໃສ່ເກີບຢາງທຳມະດາສີເຫຼືອງ ແລ້ວຖືກຄັນໄດເລື່ອນດູດເຂົ້າໄປຕິດກັບຂອບດ້ານຂ້າງຄັນໄດ ເຮັດໃຫ້ເກີບມີສະພາບມຸ່ນ ຫົວໂປ້ຕີນຂອງເດັກນ້ອຍກໍມີຮອຍຊ້ຳຈົນເປັນສີດຳ.

ภาพจากเฟซบุ๊ก Karn Ua

ໃນວັນທີ 22 ມິຖຸນາ 2023 ທີ່ປະເທດໄທ ກໍມີຜູ້ໃຊ້ບັນຊີ TikTok@zjbambam ໂພສເລົ່າເຫດການທີ່ເຕືອນເປັນອຸທາຫອນ ໂດຍລູກຂອງຕົນ ຕີນໄດ້ໄປຕິດກັບຄັນໄດເລື່ອນ ລູກໄດ້ໃສ່ເກີບຢາງ ແລ້ວຢືນໃກ້ກັບຄັນໄດ ຈຶ່ງເຮັດໃຫ້ຖືກດູດເຂົ້າໄປຕິດ, ຈາກເຫດການດັ່ງກ່າວ ຕ້ອງໃຊ້ເວລາ 30 ນາທີເພື່ອງັດເອົາຕີນອອກມາ ສຸດທ້າຍຕີນເປັນບາດ ຕ້ອງຍິບ 11 ເຂັມ.

ຫຼ້າສຸດໃນວັນທີ 29 ມິຖຸນາ 2023 ທີ່ຜ່ານມາ ກໍເກີດເຫດການນັ້ນອີກທີ່ສະໜາມບິນດອນເມືອງ ປະເທດໄທ ເຊິ່ງມີຜູ້ໂດຍສານໃສ່ເກີບຢາງດັ່ງກ່າວກຳລັງຍ່າງເທິງທາງເລື່ອນ ແຕ່ທາງເລື່ອນເກີດຍຸບໂຕລົງໃນຂະນະທີ່ມີຜູ້ໂດຍສານໃຊ້ງານ ຈົນກະເປົາໄປກະທົບທີ່ຂາຊ້າຍ ແລ້ວເຮັດໃຫ້ລົ້ມລົງ ທາງເລື່ອນກໍດູດຂາຂາດ.

ນີ້ເປັນພຽງບາງເຫດການທີ່ເອົາມາໃຫ້ທ່ານໄດ້ເຫັນເຖິງຄວາມອັນຕະລາຍ ນອກນີ້ກໍຍັງມີຫຼາຍເຫດການທີ່ຄ້າຍຄືກັນໃນຈີນ ບາງກໍລະນີກໍເສຍຊີວິດ ບາງກໍລະນີກໍ່ໄດ້ຮັບບາດເຈັບ, ສະນັ້ນຈຶ່ງຢາກມາເຕືອນໃຫ້ລະມັດລະວັງຕື່ມບໍ່ວ່າຈະໃສ່ເກີບໃດກໍຕາມ ເລື່ອງການໃຊ້ຄັນໄດເລື່ອນ ຫຼື ທາງເລື່ອນ ຄວນລະມັດລະວັງ ບໍ່ຄວນຢືນເອົາຕິດແນບເບື້ອງໃດເບື້ອງໜຶ່ງຈົນເກີນໄປ ແລະ ບໍ່ຄວນໂດດອອກໃນເວລາໃກ້ຈະສຸດທາງຄັນໄດເລື່ອນ ແຕ່ຄວນລະວັງເປັນພິເສດເມື່ອໃສ່ເກີບຢາງ ຫຼື ເກີບທີ່ມີສາຍ ເພາະອາດຈະຖືກຄັນໄດເລື່ອນດູດເກີບ ແລະ ຕີນທ່ານເຂົ້າໄປ ຈົນໄດ້ຮັບບາດເຈັບ.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...