Homeຂ່າວພາຍ​ໃນພິທີສົ່ງມອບ-ຮັບນໍ້າມັນເຊື້ອໄຟຈາກ ສປ ຈີນ ມາຈຳໜ່າຍຢູ່ ສປປ ລາວ.

ພິທີສົ່ງມອບ-ຮັບນໍ້າມັນເຊື້ອໄຟຈາກ ສປ ຈີນ ມາຈຳໜ່າຍຢູ່ ສປປ ລາວ.

Published on

ພາຍຫຼັງທີ່ທາງບໍລິສັດລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ ກົມໃຫຍ່ພະລາທິການກອງທັບ, ໄດ້ຕົກລົງເຫັນດີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບ ບໍລິສັດ ຊິໂນລາວ ລົງທຶນ ຈໍາກັດ, ກ່ຽວກັບການຮ່ວມມືທຸລະກິດນໍາເຂົ້ານໍ້າມັນເຊື້ອໄຟມາຈໍາໜ່າຍຕາມຮູບແບບຂາຍຍົກ ແລະ ຂາຍຍ່ອຍ ຢູ່ ສປປ ລາວ.

ໃນຄັ້ງວັນທີ 26 ພຶດສະພາ 2023 ຜ່ານມາ ບໍລິສັດ ຊິໂນລາວ ລົງທຶນ ຈໍາກັດ ໄດ້ປະຕິບັດຕາມຂໍ້ຕົກລົງດັ່ງກ່າວ ແລະ ປະສານງານກັບບໍລິສັດ ຊິນໂນເພັກຮົງກົງ ສປ ຈີນ, ຈັດສົ່ງນໍາເຂົ້ານໍ້າມັນເຊື້ອໄຟປະເພດຊະນິດຕ່າງໆ, ຕາມຈໍານວນ ແລະ ມູນຄ່າ ພາຍໃຕ້ບັນດາຂໍ້ກໍານົດ ແລະ ເງື່ອນໄຂຕ່າງໆ ຂອງສັນຍາທີ່ລະບຸໄວ້ແຕ່ລະມາດຕາຢ່າງເຂັ້ມງວດ ແລະ ຖືກຕ້ອງ.

ດັ່ງນັ້ນມາ ໃນວັນທີ 27 ມິຖຸນາ 2023 ບໍລິສັດ ຊິນໂນເພັກຮົງກົງ ສປ ຈີນ ຈຶ່ງໄດ້ຈັດສົ່ງ, ມອບ-ຮັບນໍ້າມັນໃຫ້ແກ່ ບໍລິສັດລັດວິສາຫະກິດນ້ຳມັນເຊື້ອໄຟວຽງຈັນ ແລະ ບໍລິສັດ ຊິໂນລາວ ລົງທຶນຈໍາກັດ ຢູ່ທີ່ດ່ານສາກົນບໍ່ເຕນ ແຂວງຫຼວງນໍ້າທາ, ພິທີມອບ-ຮັບດັ່ງກ່າວ ທາງບໍລິສັດລັດວິສາຫະກິດນ້ຳມັນເຊື້ອໄຟວຽງຈັນ, ໂດຍ ສະຫາຍ ພັນເອກ ບຸນທົງ ກອງເທດມະນີ ຫົວໜ້າອໍານວຍການບໍລິສັດລັດວິສາຫະກິດນ້ຳມັນເຊື້ອໄຟວຽງຈັນ, ບໍລິສັດ ຊິໂນລາວ ລົງທຶນຈໍາກັດ, ທ່ານ ນາງ ເຕືອນໃຈ ໄຊຍະສອນ ປະທານບໍລິສັດ ຊິໂນລາວ ລົງທຶນຈໍາກັດ , ວິຊາການບໍລິສັດ ຊິນໂນເພັກຮົງກົງ ສປ ຈີນ, ມີ ຫົວໜ້າຄະນະປັບປຸງຫົວໜ່ວຍການຜະລິດທຸລະກິດ ທີ່ຂຶ້ນກັບກົມໃຫຍ່ພະລາທິການກອງທັບ ແລະ ພະນັກງານບໍລິສັດທີ່ກ່ຽວຂ້ອງເຂົ້າຮ່ວມ.

ແຫຼ່ງຂ່າວ ຂ່າວສານສື່ມວນຊົນ ກພລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...