Homeຂ່າວຄວາມສະຫງົບສະກັດລົດລັກລອບຂົນສົ່ງຢາເສບຕິດ ໃນເມືອງຫົງສາ ແຂວງໄຊຍະບູລີ

ສະກັດລົດລັກລອບຂົນສົ່ງຢາເສບຕິດ ໃນເມືອງຫົງສາ ແຂວງໄຊຍະບູລີ

Published on

ໃນວັນທີ 24 ມິຖຸນາ 2023 ໃນເວລາປະມານ 14:50 ໂມງ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ສະກັດລົດລັກລອບຂົນສົ່ງຢາເສບຕິດ ລະຫວ່າງບ້ານຍາງຄໍາ ເມືອງເງິນ ຫາ ບ້ານໂພນຈັນ ເມືອງຫົງສາ 2 ຄັນ ແລະ ລົດຈັກ 1 ຄັນ ພ້ອມກັກຕົວຜູ້ຖືກຫາ 6 ຄົນ ຂອງກາງ ຢາບ້າຈໍານວນ 57 ເປົາ ຈໍານວນ 6.000 ມັດ ເທົ່າກັບ 12.000.000 ເມັດ.

ຈົ້າໜ້າທີ່ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບຂ່າວວ່າຈະມີການຂົນສົ່ງຢາເສບຕິດຜ່ານເສັ້ນທາງດັ່ງກ່າວ, ກໍາລັງວິຊາສະເພາະ ໄດ້ພ້ອມກັນຈັດຕັ້ງການສະກັດກັ້ນຢ່າງເຂັ້ມງວດ ແລະ ພົບເຫັນເປົ້າໝາຍ ຈິ່ງເຂົ້າສະກັດລົດ ແລະ ຈັບຕົວເປົ້າໝາຍ ທັງໝົດ 6 ຄົນຄື: ທ້າວ ບີລໍ ອາຍຸ 27 ປີ ບ້ານໂພສີ ເມືອງຄູນ ແຂວງຊຽງຂວາງ, ທ້າວ ຊົງ ວາງ ອາຍຸ 24 ປີ, ບ້ານຈຽງຕອງ ເມືອງປາກທາ ແຂວງບໍ່ແກ້ວ, ທ້າວ ຈົງຕຸ ເຮີ ອາຍຸ 32 ປີ, ບ້ານປົ່ງແປ້ນ ເມືອງຊຽງຮ່ອນ ແຂວງໄຊຍະບູລີ, ທ້າວ ລ່າ ເລົາ ອາຍຸ 30 ປີ, ບ້ານໜອງປໍ ເມືອງເຟືອງ ແຊວງວຽງຈັນ, ທ້າວ ໄຕ ລີ ອາຍຸ 19 ປີ ບ້່ານຈຽງຕອງ ເມືອງປາກທາ ແຂວງບໍ່ແກ້ວ ແລະ ທ້າວ ປໍ ເຮີ ອາຍຸ 24 ປີ, ບ້ານຫ້ວຍສາລາ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ພວກຖືກຫາໃຫ້ການໃນເບື້ອງຕົ້ນວ່າ: ໃນວັນທີ 19 ມິຖຸນາ 2023 ທ້າວ ລ່າ ເລົາ ໄດ້ຮູ້ຈັກ ກັບຄົນໄທ ແລ້ວ ຜູ້ກ່ຽວໄດ້ຈ້າງ ໃຫ້ທ້າວ ລ່າ ເລົາ ໃຫ້ຂົນຢາບ້າຈໍານວນ 57 ເປົາ ໄປນະຄອນຫຼວງວຽງຈັນ. ຈາກນັ້ນ ທ້າວ ລ່າ ເລົາ ໄດ້ມອບລົດກະບະຂອງຜູ້ກ່ຽວ ໃຫ້ ຄົນໄທ ຂົນຢາບ້າໃສ່ລົດ ແລະ ໄດ້ຊັກຊວນ ທ້າວ ປໍ ເຮີ, ທ້າວ ໄຕ ລີ, ທ້າວ ຈົງຕູ ເຮີ ແລະ ຊົງ ວາງ ; ໂດຍພວກກ່ຽວໄດ້ຕົກລົງກັນ ຈ້າງໃຫ້ ທ້າວ ຈົງ ເຮີ ແລະ ທ້າວ ຊົງ ວາງ ຂັບຂີ່ລົດຈັກສໍາຫຼວດເສັ້ນທາງມາເມືອງຫົງສາ ທັງໝົດ ກໍໄດ້ນັດໝາຍກັນຢູ່ບ້ານປາງໄຮ ເມືອງຄອບ ແຂວງໄຊຍະບູລີ.

ຕົກມາຮອດເວລາ 7:30 ໂມງ ຂອງວັນທີ 24 ມິຖຸນາ 2023 ພວກກ່ຽວຈິ່ງພາກັນອອກເດີນທາງອອກຈາກບ້ານປາງໄຮ ເມືອງຄອບ ແຂວງໄຊຍະບູລີ ມຸ່ງໜ້າມາເມືອງຫົງສາ ມາຮອດບ້ານ ນາຍາງຄໍາ ເມືອງເງິນ ພາກັນຂີ່ລົດເຂົ້າທາງລັດ ໄປທາງບ້ານນໍ້າຍາງ-ນາຂາມ ເມືອງຫົງສາ ຈິ່ງຖືກເຈົ້າໜ້າທີ່ ປກສ ເມືອງລັດສະກັດຈັບຕົວໄດ້ທັງໝົດ ພ້ອມຢາ ຈໍານວນ 6.000 ມັດ, ລົດຣີໂວ້ 2 ຄັນ, ລົດຈັກ 1 ຄັນ ແລະ ປືນສັ້ນ 1 ກະບອກ ມີ 15 ລູກ.

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...