spot_img
Homeຂ່າວທ້ອງຖິ່ນໂຮງໝໍຈຳປາສັກສຳເລັດ ຜ່າຕັດຖົງເຍື່ອຫຸ້ມສະໝອງ

ໂຮງໝໍຈຳປາສັກສຳເລັດ ຜ່າຕັດຖົງເຍື່ອຫຸ້ມສະໝອງ

Published on

 

ໂຮງໝໍຈຳປາສັກສາມາດຜ່າຕັດຖົງເຍື່ອຫຸ້ມສະໝອງກະໂດກຫົວໃຫ້ນາງ ນ້ຳໜຶ່ງ ໄດ້ສຳເລັດ ພາຍຫຼັງທີ່ນາງໄດ້ທົນຢູ່ກັບຄວາມທໍລະມານຈາກພະຍາດດັ່ງມາເປັນເວລາ 5 ປີ, ທີມງານຜ່າຕັດຢືນຢັນການຜ່າຕັດຄັ້ງນີ້ໄດ້ຮັບຜົນເກີນຄາດ ແລະ ເປັນປະສົບການໃໝ່ໃນວົງການແພດລາວ,ວັນທີ 3 ທັນວານີ້ຈະໃຫ້ກັບບ້ານ.

ທ່ານ ດຣ. ບຸນຄ້ຳ ເພັດທານີ ຄະນະສາຍຜ່າຕັດໂຮງໝໍຈຳປາສັກ ແລະ ທັງເປັນຊ່ຽວຊານດ້ານການກະທົບ ແລະ ຜ່າຕັດກະດູກ ໃຫ້ສຳພາດໃນວັນທີ 26 ພະຈິກຜ່ານມານີ້ຫຼັງການຜ່າຕັດວ່າ: ການຜ່າ ຕັດຖົງເຍື່ອຫຸ້ມສະໝອງກະໂດກຫົວໃຫ້ນາງ ນ້ຳໜຶ່ງ ອາຍຸ 5 ປີຈາກບ້ານໄຮຢ່ອນ ເມືອງທຸລະຄົມ ແຂວງວຽງຈັນໃນວັນທີ 25 ພະຈິກຖືວ່າເປັນກໍລະນີພິເສດເພາະຜ່ານມາແມ່ນບໍ່ເຄີຍເຫັນຈັກເທື່ອ. ດັ່ງນັ້ນການ ຜ່າຕັດທີມງານຜ່າຕັດພວກເຮົາເຊິ່ງປະກອບມີຊ່ຽວຊານດ້ານການຜ່າຕັດ ແລະ ການວາງຢາສະຫຼົບຈາກປະເທດຝຣັ່ງ, ຈາກນະຄອນຫຼວງວຽງຈັນໄດ້ມີການວາງແຜນຮ່ວມກັນຢ່າງເປັນລະບົບ ໂດຍອີງໃສ່ຄົນເຈັບຕົວຈິງເຊິ່ງມີກ້ອນທີ່ເປັນຖົງທີ່ໃຫຍ່ກວ່າຫົວເດັກນ້ອຍຄົນນີ້ອີກບວກກັບຜົນການຊ່ອງໄຟຟ້າແບບພິເສດຈາກປະເທດໄທທີ່ໄດ້ກວດຜ່ານມາ ແລະ ໄດ້ປະເມີນວ່າມີຄວາມສາມາດທີ່ຈະຜ່າຕັດໄດ້; ແຕ່ກໍ່ບໍ່ໄດ້ປະໝາດເຖິງຄວາມສ່ຽງຕ່າງໆທີ່ຈະຕາມມາໃນການຜ່າຕັດເປັນຕົ້ນແມ່ນເລືອດຈະໄຫຼອອກຫຼາຍ ຫຼື ຈະເຮັດໃຫ້ເນື້ອສະໝອງສ່ວນໜຶ່ງຖືກທຳລາຍ ແລະ ເສຍຫາຍໃນເວລາຜ່າຕັດ,ເດັກນ້ອຍຈະຟື້ນຊ້າ ຫຼື ມີບັນຫາກ່ຽວກັບສະໝອງບວມພາຍຫຼັງການຜ່າຕັດ ເພາະການຜ່າຕັດຄັ້ງນີ້ແມ່ນໄດ້ນຳເອົາສະໝອງບາງສ່ວນທີ່ຫຼຸດອອກມາຈາກກະໂດກຫົວເຂົ້າໄປຄືນ ແລະ ບັນຫາອື່ນໆ.

ທ່ານ ດຣ. ບຸນຄ້ຳ ເພັດທານີ ໃຫ້ຮູ້ຕື່ມອີກວ່າ: ການຜ່າຕັດຄັ້ງນີ້ໃຊ້ເວລາ 2 ຊົ່ວໂມງຈິ່ງສຳເລັດ ແລະ ຜົນທີ່ອອກມາກໍ່ໄດ້ຮັບຜົນດີເກີນຄາດໂດຍບໍ່ມີອາການສົນໃດໆເກີດຂຶ້ນ. ພາຍຫຼັງຜ່າຕັດສຳເລັດເດັກນ້ອຍກໍ່ໄດ້ຖອດທໍ່ພາຍໃນຫ້ອງຜ່າຕັດ ແລະ ກໍ່ມີສຽງໄຫ້ຂຶ້ນຄືກັບເດັກນ້ອຍທີ່ຖືກຜ່າຕັດປົກກະ ຕິ ແລະ ຜ່ານການຕິດຕາມພາຍຫຼັງຜ່າຕັດ 24 ຊົ່ວໂມງເດັກນ້ອຍແມ່ນຢູ່ໃນສະພາບປົກກະຕິ ແລະ ສາ ມາດກິນອາຫານໄດ້,ຢອກໄຍກັບແມ່ໄດ້ປົກກະຕິ ແລະ ຄາດວ່າໃນວັນທີ 3 ທັນວານີ້ແມ່ນຈະໃຫ້ກັບບ້ານໄດ້.
ທ່ານ ດຣ. ບຸນຄ້ຳ ເພັດທານີ ແລະ ທ່ານ ດຣ. ນາງ ອຳພັນ ໄຊປັນຍາ ຫົວໜ້າຂະແໜງວາງຢາສະ ຫຼົບຟື້ນຟູຊີບ ໂຮງໝໍຈຳປາສັກກ່າວເປັນສຽງດຽວກັນວ່າ: ການຜ່າຕັດກໍລະນີດັ່ງກ່າວນີ້ພວກເຮົາແມ່ນໄດ້ບົດຮຽນຢ່າງລ້ຳຄ່າເພາະເປັນຄັ້ງທຳອິດໃນການຜ່າຕັດກ່ຽວກັບສະໝອງທີ່ມີນ້ຳຫຸ້ມສະໝອງອອກມາຂ້າງນອກທີ່ເປັນຖົງຫຸ້ມໄວ້, ໄດ້ເຕັກນິກໃໝ່ໆທີ່ບໍ່ທັນເຄີຍໄດ້ເຮັດຜ່ານມາຈັກເທື່ອເປັນຕົ້ນເຕັກນິກໃນການ ຜ່າຕັດ,ການວາງຢາສະຫຼົບໃຫ້ກັບເດັກນ້ອຍທີ່ມີຄວາມສ່ຽງ ແລະ ອື່ນໆອັນໄດ້ກາຍເປັນປະສົບການໃໝ່ເພື່ອຈະນຳໃຊ້ກັບກໍລະນີຕໍ່ໄປຖ້າເກີດມີໃນຕໍ່ໜ້າ.
ທ່ານ ດຣ. ແກ້ວ ໂສສຸພັນ ຜູ້ອຳນວຍການໂຮງໝໍຈຳປາສັກໃຫ້ສຳພາດຕື່ມອີກວ່າ: ຄົນເຈັບກໍລະນີຂອງນາງ ນ້ຳໜຶ່ງ ນີ້ແມ່ນເປັນກໍລະນີພິເສດເຊິ່ງຜ່ານມາກໍ່ມີຫຼາຍອົງການຫຼາຍພາກສ່ວນໄດ້ເຂົ້າໄປໃຫ້ຄວາມຊ່ວຍເຫຼືອໃນດ້ານຕ່າງໆ, ຈົນມາຮອດວັນທີ 25 ພະຈິກທີມງານແພດໝໍພວກເຮົາບວກກັບທີມ ງານຊ່ຽວຊານຈາກປະເທດຝຣັ່ງຈິ່ງໄດ້ທຳການຜ່າຕັດ ແລະ ໄດ້ຮັບຜົນສຳເລັດທີ່ເກີນຄາດ; ອັນສ້າງປະ ຫວັດສາດໜ້າໃໝ່ໃຫ້ກັບໂຮງໝໍຈຳປາສັກພວກເຮົາກໍ່ຄືວົງການແພດລາວ,ໂດຍໄດ້ຜ່າຕັດໃຫ້ຟີຼ ແລະ ຖ້າຫາກເກີດມີກໍລະນີດັ່ງກ່າວອີກໂຮງໝໍຈຳປາສັກກໍ່ສາມາດຜ່າຕັດໄດ້.

ທ່ານ ດຣ. ບຸນຄ້ຳ ເພັດທານີ ໃຫ້ຮູ້ຕື່ມອີກວ່າ: ກໍລະນີດັ່ງກ່າວຕາມສະຖິຕິແມ່ນມີໜ້ອຍທີ່ສຸດ, ມີພຽງ 1ໃນ 10.000 ຄົນຈະເກີດມີຜູ້ໜຶ່ງ; ເຊິ່ງອາດຈະເກີດຈາກການຕິດເຊື້ອໄວຣັດໃນເວລາແມ່ຖືພາ ຫຼື ການຜິດປົກກະຕິໃນການຂະຫຍາຍຕົວໃນເວລາຖືພາ,ເຊິ່ງຖ້າບໍ່ໄດ້ຮັບການຮັກສາກໍ່ອາດຈະເກີດມີອາການສົນ ແລະ ກ້າວໄປເຖິງການເສຍຊີວິດໄດ້ໃນເວລາອັນໃກ້.
ນາງ ຕຽງ ແພງພັນຮັກ ອາຍຸ 22 ປີແມ່ຂອງນາງ ນ້ຳໜຶ່ງ ໃຫ້ສຳພາດພາຍຫຼັງການຜ່າຕັດສຳເລັດດ້ວຍນ້ຳຕາຊຶມເບົ້າງດ້ວຍຄວາມດີໃຈວ່າ: ດີໃຈຫຼາຍບໍ່ມີອັນຊິປຽບໄດ້ທີ່ໄດ້ເຫັນລູກໄດ້ຮັບການ ຜ່າຕັດ ແລະ ມີຄວາມປອດໄພເພາະຜ່ານມາກໍ່ບໍ່ເຄີຍຄິດວ່າຈະຜ່າຕັດອອກໄດ້, ຂໍຂອບອົກຂອບໃຈທ່ານໝໍຫຼາຍໆ.

ນາງ ຕຽງ ແພງພັນຮັກ ເລົ່າໃຫ້ຟັງວ່າ: ນາງ ນ້ຳໜຶ່ງ ເກີດເມື່ອວັນທີ 1 ມັງກອນ 2010,ໂດຍເກີດແບບທຳມະຊາດຢູ່ເຮືອນຕົນເອງຄືບ້ານ ໄຮຢ່ອນ ເມືອງທຸລະຄົມ ແຂວງວຽງຈັນ ເວລາເກີດມາກໍປາກົດເຫັນຖົງນ້ຳນ້ອຍໆຢອງຢູ່ເທິງຫົວແລ້ວ, ຫຼັງຈາກເຫັນເປັນແບບນັ້ນເມື່ອຢູ່ກຳໄດ້ 10 ກວ່າວັນກໍ່ໄດ້ພາລູກໄປກວດຢູ່ໂຮງໝໍໃກ້ບ້ານ, ທ່ານໝໍບອກວ່າຜ່າຕັດບໍ່ໄດ້ເພາະເດັກຍັງນ້ອຍຢູ່. ເວລາຜ່ານໄປຖົງນ້ຳກໍ່ນັບມື້ໃຫຍ່ຂຶ້ນນຳເຮັດໃຫ້ນາງລຸກນັ່ງ ຫຼື ຄານຍາກ,ມີແຕ່ນອນຢ່າງດຽວ ເມື່ອເປັນແນວນັ້ນພໍ່ແມ່ກໍ່ໄດ້ເອົາໄປກວດທຸກໆໂຮງໝໍໃນນະຄອນຫຼວງວຽງຈັນແຕ່ທ່ານໝໍບອກວ່າບໍ່ສາມາດຜ່າຕັດໄດ້ພ້ອມທັງແນະນຳໃຫ້ໄປໂຮງໝໍທີ່ປະເທດໄທ ແລະ ກໍ່ໄດ້ໄປກວດຢູ່ຄລີນິກປະເທດໄທເຊິ່ງໝໍກໍ່ບອກວ່າຖົງນ້ຳດັ່ງກ່າວບໍ່ມີສະໝອງປົນຢູ່ນຳ ແລະ ສາມາດຜ່າຕັດໄດ້. ຂໍ້ມູນດັ່ງກ່າວຕ່າງໆໄດ້ສົ່ງມາໃຫ້ທ່ານໝໍລາວເຮົາ ແລະ ທ່ານໝໍຢູ່ລາວກໍ່ບອກວ່າໃຫ້ລໍຖ້າຊ່ຽວຊານຕ່າງປະເທດມາລາວກ່ອນ, ຈົນມາຮອດມື້ນີ້ຈິ່ງໄດ້ຮັບການຜ່າຕັດ.

ທ່ານໃດທີ່ມີຄວາມສົນໃຈທີ່ຢາກໃຫ້ການຊ່ວຍເຫຼືອນາງ ນ້ຳໜຶ່ງ ສາມາດຕິດຕໍ່ແມ່ຂອງນາງ ຫຼື ແມ່ຍ່າຂອງນາງໄດ້ທີ່ໂທລະສັບ: 020 58235197,020 56903533. (ຂ່າວ-ພາບ:ຄຳເປ່ມ ໜັງສືພິມຈຳປາໃໝ່)

10401472_882862095081051_8856787233844951993_n

10696396_882862108414383_2552038610483137550_n

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...