spot_img
Homeຂ່າວພາຍ​ໃນມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ປະຈໍາເດືອນ 5 ປີ 2023

ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ປະຈໍາເດືອນ 5 ປີ 2023

Published on

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 5 ປີ 2023 ບັນລຸໄດ້ ປະມານ 1,086 ລ້ານໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກ ມີປະມານ 520 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 567 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າ ປະມານ 47 ລ້ານໂດລາສະຫະລັດ. ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນ 5 ປີ 2023 ແມ່ນຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ.

ສິນຄ້າສົ່ງອອກທັງໝົດ ປະມານ 520 ລ້ານໂດລາສະຫະລັດ. ໃນນີ້, ສິນຄ້າສົ່ງອອກ 10 ອັນດັບ ໄດ້ແກ່: ​​ຄຳ​ປະ​ສົມ ແລະ ຄຳ​ແທ່ງ 70 ລ້ານໂດລາສະຫະລັດ, ເກືອກາລີ 46 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 43 ລ້ານໂດລາສະຫະລັດ, ແຮ່ເຫຼັກ 39 ລ້ານໂດລາສະຫະລັດ, ແຮ່ທອງ 38 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 26 ລ້ານໂດລາສະຫະລັດ, ເຄື່ອງດື່ມ 21 ລ້ານໂດລາສະຫະລັດ, ​ເຄື່ອງ​ນຸ່ງ​ຫົ່ມ 20 ລ້ານໂດລາສະຫະລັດ, ນໍ້າຕານ 18 ລ້ານໂດລາສະຫະລັດ ແລະ ໝາກກ້ວຍ 16 ລ້ານໂດລາສະຫະລັດ.

ນຄ້ານຳເຂົ້າທັງໝົດ ປະມານ 567 ລ້ານໂດລາສະຫະລັດ. ໃນນີ້, ສິນຄ້ານໍາເຂົ້າ 10 ອັນດັບ ໄດ້ແກ່: ນ້ຳມັນກາຊວນ 79 ລ້ານໂດລາສະຫະລັດ,  ພາຫະນະທາງບົກ 47 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ 40 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ 30 ລ້ານໂດລາສະຫະລັດ, ເຄື່ອງດື່ມ 29 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ 23 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 22 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ 21 ລ້ານໂດລາສະຫະລັດ, ສາຍໄຟຟ້າ ແລະ ເຄເບີ້ລ 19 ລ້ານໂດລາສະຫະລັດ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 18 ລ້ານໂດລາສະຫະລັດ.

ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍ 05 ອັນດັບ ໄດ້ແກ່: ຈີນ 203 ລ້ານໂດລາສະຫະລັດ, ຫວຽດນາມ 108 ລ້ານໂດລາສະຫະລັດ, ໄທ 59 ລ້ານໂດລາສະຫະລັດ, ອົດສະຕາລີ 30 ລ້ານໂດລາສະຫະລັດ ແລະ ອິນເດຍ 17 ລ້ານໂດລາສະຫະລັດ.

ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ 05 ອັນດັບ ໄດ້ແກ່: ໄທ 285 ລ້ານໂດລາສະຫະລັດ, ຈີນ 164 ລ້ານໂດລາສະຫະລັດ, ຫວຽດນາມ 31 ລ້ານໂດລາສະຫະລັດ, ສະຫະລັດອາເມລິກາ 17 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ 13 ລ້ານໂດລາສະຫະລັດ.

ແຫຼ່ງຂ່າວ laotradeportal

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...