spot_img
Homeຂ່າວຕ່າງປະເທດອຸປະກອນການຄວບຄຸມເຮືອດຳນ້ຳໄທທັນເປັນ "ມືເກມ" ເທົ່ານັ້ນ

ອຸປະກອນການຄວບຄຸມເຮືອດຳນ້ຳໄທທັນເປັນ “ມືເກມ” ເທົ່ານັ້ນ

Published on

ອຸປະກອນການຄວບຄຸມເຮືອດຳນ້ຳໄທທັນ ຖືກເປີດເຜີຍໂດຍຜູ້ບໍລິຫານບໍລິສັດ Ocean Gate ແລ້ວວ່າເປັນ “ມືເກມ” ເທົ່ານັ້ນ.

Ocean Gate ໃຊ້ເຮືອດຳນ້ຳໄທທັນ ເປັນສ່ວນໜຶ່ງໃນການເດີນທາງເປັນໄລຍະເວລາ 8 ມື້ເຊິ່ງລູກຄ້າທີ່ຕ້ອງການຈະເດີນທາງຈະຕ້ອງຈ່າຍເງິນສູງເຖິງ 280.000 ໂດລາສະຫະລັດ ທີ່ເປັນຄ່າໃຊ້ຈ່າຍໃນການເດີນທາງໃນຄັ້ງນີ້ ລວມເຖິງການເດີນທາງໄປຍັງມະຫະສະມຸດອັດລັງຕິກ ເພື່ອສຳລວດຈາກໄທທານິກ ທີ່ຢູ່ເລິກລົງໄປ 3.800 ແມັດ.

ສະຕັອກຕັນ ຣັສ ເປັນຜູ້ບໍລິຫານຂອງບໍລິສັດ Ocean Gate ເປັນ 1 ໃນ 5 ຄົນທີ່ເສຍຊີວິດຈາກເຫດການເຮືອດຳນ້ຳໄທທັນ ທີ່ດຳນ້ຳລົງໄປຊົມເຮືອໄທທານິກ ລາວເຄີຍເລົ່າເຖິງການໃຊ້ງານຂອງເຮືອດຳນ້ຳໄທທັນຈະຖືກຄວບຄຸມດ້ວຍລະບົບງ່າຍໆ.

ລາວເຄີຍກ່າວໄວ້ວ່າ: ພວກເຮົາມີປຸ່ມດຽວເທົ່ານັ້ນ ໂດຍບໍ່ຕ້ອງໃຊ້ທັກສະຫຍັງຫຼາຍ ໂດຍເຮົາຈະດຳເນີນການທັງໝົດດ້ວຍມືເກມນີ້ ແລະ ວັດຖຸບາງອັນພາຍໃນເຮືອເປັນສ່ວນປະກອບທີ່ຫາຊື້ທົ່ວໄປບໍ່ໄດ້ ໂດຍໄຟສາຍພາຍໃນທີ່ຊື້ມາຈາກບໍລິສັດ Camper World ທີ່ເປັນບໍລິສັດຍານຍົນ.

ສະຕັອກຕັນ ຣັສ ກໍຢືນຢັນວ່າຜູ້ສ້າງໄທທັນ ເຄີຍເຮັດວຽກກັບບໍລິສັດຂະໜາດໃຫຍ່ເຊັ່ນ Boeing, NASA ແລະ University of Washington ເພື່ອສ້າງເຮືອທີ່ທົນຕໍ່ແຮງດັນນ້ຳໃນທະເລເລິກໄດ້.

ຢ່າງໃດກໍຕາມ ທັງ 5 ຄົນທີ່ຢູ່ພາຍໃນເຮືອດຳນ້ຳໄດ້ຖືກລາຍງານວ່າເສຍຊີວິດແລ້ວ ເນື່ອງຈາກການລະເບີດໃນຮູບແບບເຮືອຍຸບໂຕລົງໄປບໍ່ເຖິງ 1 ວິນາທີ ໂດຍເຮືອລະເບີດພາຍຫຼັງທີ່ດຳລົງໃປພຽງ 1 ຊົ່ວໂມງເທົ່ານັ້ນ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...