spot_img
Homeຂ່າວກິລາກິດຈະກຳຍ່າງ-ແລ່ນ ຂ້າມຂົວມິດຕະພາບລາວ-ໄທ ແຫ່ງທີ 2

ກິດຈະກຳຍ່າງ-ແລ່ນ ຂ້າມຂົວມິດຕະພາບລາວ-ໄທ ແຫ່ງທີ 2

Published on

ອົງການປົກຄອງແຂວງສະຫວັນນະເຂດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຈະຈັດກິດຈະກຳຍ່າງ-ແລ່ນ ຂ້າມຂົວມິດຕະພາບລາວ-ໄທ ແຫ່ງທີ 2 ສະຫວັນນະເຂດ-ມຸກດາຫານ ເພື່ອສະເຫຼີມສະຫຼອງວັນໂອລິມປິກ ສາກົນ ຄົບຮອບ 129 ປີ.

ກິດຈະກໍາດັ່ງກ່າວຈະໄດ້ຈັດຂຶ້ນໃນວັນທີ 24 ມິຖຸນາ 2023 ໂດຍມີຈຸດເລີ່ມຕົ້ນຕັ້ງຂະບວນຈາກແຂວງມຸກດາຫານ ຣາຊະອານາຈັກໄທ ຍ່າງ-ແລ່ນ ຜ່ານຂົວມິດຕະພາບ ລາວ-ໄທ ແຫ່ງທີ 2 ມາຫາຈຸດໂຄ້ງ ທີ່ວົງວຽນໄດໂນເສົາ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ສປປ ລາວ. ໃນນີ້ສະເພາະກິດຈະກໍາຍ່າງລວມມີໄລຍະທາງ 8 ກິໂລແມັດ ແລະແລ່ນຮາບມາຣາທອນ ໄລຍະທາງ 12,8 ກິໂລແມັດ ຊຶ່ງຄາດວ່າຈະມີມວນຊົນຈາກ 3 ປະເທດເຂົ້າຮ່ວມປະມານ 10 ພັນກວ່າຄົນ ໃນນີ້ມາຈາກ ສສ ຫວຽດນາມ 500 ຄົນ, ຈາກ ສປປ ລາວ ປະມານ 2.500-3.000 ຄົນ ແລະເຫຼືອນັ້ນແມ່ນຈາກປະເທດໄທ.
ຂ່າວ: ແຂວງສະຫວັນນະເຂດ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...