Homeຂ່າວພາຍ​ໃນໂດດນ້ຳຢູ່ເມືອງເຟືອງແລ້ວຫິນບາດຕີນ

ໂດດນ້ຳຢູ່ເມືອງເຟືອງແລ້ວຫິນບາດຕີນ

Published on

ແຫຼ່ງນ້ຳຕາມທຳມະຊາດ ມັກຈະມີໂງ່ນຫິນຢູ່ໃຕ້ນ້ຳເຊິ່ງເຮົາກໍບໍ່ສາມາດຮູ້ໄດ້ເລີຍວ່າ ຈຸດໃດມີຫີນຫຼືບໍ່ ເຮັດມີເຫດການຄົນໂດດນ້ຳແລ້ວໄດ້ຮັບບາດເຈັບຈາກການຖືກໂງ່ນຫິນຢູ່ເລື່ອຍໆ.

ໃນວັນທີ 18 ມິຖຸນາ 2023 ມີຜູ້ໃຊ້ເຟສບຸກຊື່ Saki Max ອອກມາໂພສກ່າວກັບເຫດານທີ່ຕົນເອງໄດ້ຮັບບາດເຈັບຂະນະໂດດຫຼິ້ນນ້ຳຢູ່ເມືອງເຟືອງ ໂດຍລະບຸວ່າ: “ແຈ້ງເຕືອນ ຖ້າຜູ້ໃດທີໄປຫຼີ້ນໄປທ່ຽວຢູ່ເຮືອນແພເມືອງເຟືອງ ຕ້ອງລະມັດລະວັງ ເວລາອາບນໍ້າ ຫຼື ຊິໂດດລົງນໍ້າຕ້ອງລະມັດລະວັງ ເພື່ອຄວາມປອດໄພຂອງທ່ານເອງ ຍ້ອນຢູ່ສະຖານທີ່ນັ້ນ ບໍ່ມີປ້າຍເຕືອນແຕ່ລະຈຸດວ່າຈຸດໃດມີຫີນຈຸດໃດບໍ່ມີຫີນ ແລະ ຈຸດໃດເລິກຈຸດໃດຕື້ນ, ສຸດທ້າຍກໍຄືພາບທີ່ເຫັນ ເສຍຄວາມຮູ້ສຶກດີໆທີ່ຕ້ອງການໄປຫຼີ້ນ ແຕ່ສຸດທ້າຍໄປນອນໂຮງໝໍ”. 

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...