Homeຂ່າວພາຍ​ໃນຍີ່ປຸ່ນ​​ເພີ່ມ​ອາຍຸ​ການ​ຍິນ​ຍອມ​ທາງ​ເພດ​ຈາກ 13 ປີ ຂຶ້ນ​ເປັນ 16 ປີ​

ຍີ່ປຸ່ນ​​ເພີ່ມ​ອາຍຸ​ການ​ຍິນ​ຍອມ​ທາງ​ເພດ​ຈາກ 13 ປີ ຂຶ້ນ​ເປັນ 16 ປີ​

Published on

ຫຼາຍສິບປີແລ້ວ ທີ່ຜູ້ເສຍຫາຍຈາກການລ່ວງລະເມີດທາງເພດໃນຍີ່ປຸ່ນບໍ່ກ້າອອກມາຂໍຄວາມຊ່ວຍເຫຼືອຕໍ່ເຈົ້າໜ້າທີ່ ຍ້ອນກົດໝາຍທີ່ລ້າສະໄໝ ບໍ່ສາມາດເອົາຜິດຜູ້ກະທຳຜິດ ແລະ ຫຼາຍຄັ້ງທີ່ຜູ້ເສຍຫາຍຖືກເບິ່ງວ່າເປັນຝ່າຍຜິດອີກ.

ຫຼ້າສຸດ ໃນວັນທີ 16 ມິຖຸນາ 2023 ລັດຖະບານຍີ່ປຸ່ນຜ່ານຮ່າງກົດໝາຍໃໝ່ ຍົກເລີກກົດໝາຍອາຊະຍະກຳທາງເພດຂອງປະເທດ ຫຼັງຈາກທີ່ຖືກວິພາກວິຈານ ແລະ ມີຄວາມພະຍາຍາມຊຸກຍູ້ມາດົນແລ້ວ.

ກົດໝາຍໃໝ່ໄດ້ຂະຫຍາຍຄຳຈຳກັດຄວາມຂອງຄຳວ່າ “ຂົ່ມຂືນ” ໃຫ້ກວ້າງ ແລະ ເນັ້ນຍ້ຳເຖິງຄວາມສຳຄັນເລື່ອງຄວາມຍິນຍອມຫຼາຍຂຶ້ນ, ເພີ່ມກົດໝາຍແຫ່ງຊາດຕໍ່ຕ້ານການລັກຖ່າຍພາບລາມົກອະນາຈານດ້ວຍກ້ອງລັບ ແລະ ເພີ່ມອາຍຸຍິນຍອມໃຫ້ມີເພດສຳພັນເປັນຄັ້ງທຳອິດໃນຮອບ 100 ກວ່າປີ ໂດຍເພີ່ມຈາກ 13 ປີ ມາເປັນ 16 ປີ.

ນີ້ເປັນບາດກ້າວທຳອິດເທົ່ານັ້ນ ແລະ ຍັງມີອີກຫຼາຍຢ່າງທີ່ຕ້ອງແກ້ໄຂ ລວມເຖິງສິ່ງທີ່ນັກເຄື່ອນໄຫວເອີ້ນວ່າ ແນວຄິດທີ່ບິດບ້ຽວກ່າວກັບການມີເພດສຳພັນ ແລະ ຄວາມຍິນຍອມທີ່ສືບທອດຕໍ່ກັນມາຫຼາຍປີ.

ແຫຼ່ງຂ່າວ  Japan Times

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...