spot_img
Homeຂ່າວຕ່າງປະເທດເຫດເຮືອອົບພະຍົບຫຼົ່ມ ທີ່ປະເທດເກຣັກ ເສຍຊີວິດ 76 ຄົນ

ເຫດເຮືອອົບພະຍົບຫຼົ່ມ ທີ່ປະເທດເກຣັກ ເສຍຊີວິດ 76 ຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ  15 ມິຖຸນາ 2023 ທີ່ຜ່ານມານີ້ວ່າ: ເກີດເຫດເຮືອປະມົງເຊິ່ງບັນທຸກຜູ້ອົບພະຍົບມາຈົນລົ້ນລຳເຮືອ ເຮັດໃຫ້ເຮືອລຳດັ່ງກ່າວຈົມລົງ ເມື່ອວັນທີ 14 ມິຖຸນາ 2023 ຜ່ານມາ, ໂດຍຫຼ່້າສຸດພົບຜູ້ເສຍຊີວິດຢ່າງໜ້ອຍ 79 ຄົນ ຂະນະທີ່ເຈົ້າໜ້າທີ່ໄດ້ຊ່ວຍຜູ້ລອດຊີວິດເອົາໄວ້ໄດ້ຫຼາຍກວ່າ 100 ຄົນ.

ໜ່ວຍງານຍາມຊາຍຝັງຂອງປະເທດເກຣັກເປີດເຜີຍວ່າ: ເຮືອລຳດັ່ງກ່າວຖືກພົບເຫັນດ້ວຍ ເຮືອບິນສຳນັກງານຈັດການຊາຍແດນແຫ່ງສະຫະພາບເອີຣົບ (Frontex) ແຕ່ເຮືອປະຕິເສດການຊ່ວຍເຫຼືອຈາກເຈົ້າໜ້າທີ່ຍາມຝັງ, ເຊິ່ງຕໍ່ມາເຮືອກໍໄດ້ເກີດອຸບັດຕິເຫດຈົມລົງຈຸດທີ່ເລິກທີ່ສຸດໃນທະເລເມດິເຕີເຣນຽນ ຈຶ່ງເຮັດໃຫ້ເຈົ້າກູ້ໄພຕ້ອງອອກໃຫ້ການຊ່ວຍເຫຼືອ ແລະ ທຳການຄົ້ນຫາຜູ້ສູນຫາຍ.

ທັງນີ້ລາຍງານເບື້ອງຕົ້ນລະບຸວ່າ: ເຮືອອົບພະຍົບທີ່ປະສົບອຸບັດຕິເຫດກຳລັງຈະເດີນທາງຈາກປະເທດລິເບຍ ໄປ ປະເທດອີຕາລີ ໃນນັ້ນມີຜູ້ໂດຍສານສ່ວນຫຼາຍມີອາຍຸໃນຊ່ວງ 20 ປີ, ຜູ້ລອດຊີວິດຫຼາຍຄົນອ້າງວ່າຢູ່ໃນເຮືອອົບພະຍົບມີຄົນໂດຍສານຫຼາຍກວ່າ 500-700 ຄົນ ເຮັດໃຫ້ ທ່ານຍານນິສ ຄາເວລີສ ຜູ້​ອຳ​ນວຍ​ການ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ​ປະ​ເທດ​ເກຣັກອອກມາເຕືອນວ່າ: ເຫດຫານດັ່ງກ່າວອາດເປັນການເສຍຊີວິດຄັ້ງໃຫຍ່ ເນື່ອງຈາກຈຳນວນຜູ້ໂດຍສານມີຫຼາຍກວ່າການບັນຈຸຂອງເຮືອທີ່ກຳນົດໄວ້ຫຼາຍ.

ທີ່ມ: BBC

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...