Homeຂ່າວພາຍ​ໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ແຫ່ງທີ 5 ຄາດຈະເປີດນຳໃຊ້ໃນຕົ້ນປີ 2024

ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ແຫ່ງທີ 5 ຄາດຈະເປີດນຳໃຊ້ໃນຕົ້ນປີ 2024

Published on

ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ແຫ່ງທີ 5 ມາຮອດປັດຈຸ ບັນມີຄວາມຄືບໜ້າໃນການກໍ່ສ້າງໂຄງການສັນຍາ 1 ຄືການກໍ່ສ້າງສ້າງຂົວສຳເລັດແລ້ວ 60% ສັນຍາ 2 ການກໍ່ສ້າງທາງເຂົ້າຂົວ ແລະ ກໍ່ສ້າງອາຄານດ່ານກວດຄົນເຂົ້າ-ອອກເມືອງສຳເລັດແລ້ວ 89 % ລວມສອງສັນຍາ 70% ຄາດວ່າຈະໃຫ້ໄດ້ເປີດນໍ້າໃຊ້ໃນຕົ້ນປີ 2024.

ໃນວັນທີ 12 ມິຖຸນາ 2023 ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງຢ້ຽມຢາມໂຄງການກໍ່ສ້າງ ຂົວຂ້າມແມ່ນ້ຳຂອງມິດ ຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ມີ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ແລະ ຕາງຫນ້າຈາກຂະແໜງການທີ່ກ່ຽວ ຂ້ອງຮ່ວມ.

ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງ ຂົວຂ້າມແມ່ນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລຄຳໄຊ-ບຶງການ)ຝ່າຍລາວ ໄດ້ລາຍງານສະພາບໂດຍລວມ ໃຫ້ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຊາບກ່ຽວກັບຄວາມຄືບ ໜ້າຂອງໂຄງການ ທັງຍົກໃຫ້ເຫັນຂໍ້ສະດວກ ຂໍ້ຫຍຸ້ງຍາກ ຂົວແຫ່ງນີ້ ໄດ້ເລີ່ມສຶກສາຄວາມເປັນໄປໄດ້ ພ້ອມທັງມີ ການສຳຫຼວດ ອອກແບບ ແຕ່ປີ 2014 ສຳເລັດ ໃນປີ 2016 ໂດຍໄດ້ຮັບທຶນການຊ່ວຍເຫຼືອລ້າ ຈາກອົງການ NEDA ປະເທດໄທ ແລະ ຖືກຮັບຮອງຈາກລັດຖະບານ 2 ຝ່າຍໃນປີ 2018 ໂຄງການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບ ລາວ -ໄທ ແຫ່ງທີ V ບໍລິຄຳໄຊ-ບຶງການ ແມ່ນຕັ້ງຢູ່ເຂດບ້ານກ້ວຍອຸດົມ ເມືອງປາກຊັນ ແຂວງ ບໍລິຄຳໄຊ ຫ່າງຈາກເທ ສະບານ ແຂວງ ມາທາງທິດເໜືອຕາມທາງເລກ 13 ໃຕ້ປະ ມານ 10 ກິໂລແມັດ ແລະ ຫ່າງຈາກທາງເລກ 13 ໃຕ້ເຂົ້າໄປຫານ້ຳຂອງປະມານ 2.775 ແມັດໂຄງການກໍ່ສ້າງໄດ້ເລີ່ມລົງມື ແຕ່ວັນທີ 4 ມັງກອນ 2021ເປັນຕົ້ນມາ ເຊິ່ງມີມູນຄ່າທັງໝົດ 1.380,067 ລ້ານບາດ.

ໂຄງການດັ່ງກ່າວໄດ້ແບ່ງອອກເປັນສອງສັນ ຍາ ຄື : ສັນຍາທີ 1 ແມ່ນສັນຍາກໍ່ສ້າງຂົວຂ້າມນໍ້າຂອງ ລວງຍາວ 535 ແມັດ ) ໂດຍແມ່ນບໍລິສັດ ນະພາ ກໍ່ສ້າງ ຈໍາກັດ (ຜູ້ຮັບເໝົາ) ບໍລິສັດ SIAM BBR ຮ່ວມກັບ ບໍລິສັດ VK Inter national ຈຳກັດ ຜູ້ດຽວ (ຄູ່ຮ່ວມສັນຍາ) ມູນຄ່າສັນຍາ 379.197.622,7 ບາດ ແລະ ສັນຍາທີ 2 ແມ່ນສັນຍາກໍ່ສ້າງທາງເຂົ້າຂົວ ແລະ ກໍ່ສ້າງອາຄານດ່ານກວດຄົນເຂົ້າ- ອອກເມືອງ ຮັບເໝົາໂດຍບໍລິສັດ ສະຫຼວງກໍ່ສ້າງຈຳກັດຮ່ວມກັບ ບໍລິສັດກໍ່ສ້າງວິສະວະກຳສາກົນ ທັນສະໄໝ ຈຳ ກັດ (AIEC) ມູນຄ່າສັນຍາ 773.180.000 ບາດ ຂົວມີລວງຍາວທັງໝົດ 1.350 ແມັດ ປັດຈຸບັນສຳເລັດຈ່າຍຄ່າຊົດ ເຊີຍ ເນື້ອທີ່ທຳການຜະລິດຂອງປະຊາຊົນທີ່ນອນໃນໂຄງ ການ 52 ກວ່າເຮັກຕາ ມູນຄ່າ 5 ຕື້ກວ່າກີບ.

ແຫຼ່ງຂ່າວ Vientiane Mai

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...