spot_img
Homeຂ່າວການຊ່ວຍເຫຼືອອົງການ USAID ໃຫ້ການຊ່ວຍເຫຼືອ ສປປ ລາວ ຮັບມືກັບພະຍາດ ໂຄວິດ -19 ເເລະ ບັນຫາສາທາລະນະສຸກອື່ນໆ

ອົງການ USAID ໃຫ້ການຊ່ວຍເຫຼືອ ສປປ ລາວ ຮັບມືກັບພະຍາດ ໂຄວິດ -19 ເເລະ ບັນຫາສາທາລະນະສຸກອື່ນໆ

Published on

ອົງການ USAID, ໂດຍການສະໜັບສະໜູນຈາກ ອົງການຢູນິເຊັບ, ໄດ້ສະໜອງອຸປະກອນລະບົບຄວາມເຢັນເພື່ອເກັບຮັກສາວັກຊີນ ແລະ ອຸປະກອນໄອທີ ໃຫ້ກັບ ກະຊວງ ສາທາລະນະສຸກ ຊື່ງເປັນປະກອບສ່ວນລ່າສຸດເຂົ້າຕໍ່ການຮັບມືກັບພະຍາດ ໂຄວິດ-19 ໃນ ສປປ ລາວ ເເລະ ວຽກງານສັກວັກຊີນ.

ນະຄອບຫຼວງວຽງຈັນ, ວັນທີ 7 ມິຖຸນາ 2023 – ໃນມື້ນີ້, ສະຫະລັດອາເມລິກາ ໂດຍຜ່ານ ອົງການ USAID ໄດ້ມອບອຸປະກອນລະບົບຄວາມເຢັນເພື່ອເກັບຮັກສາວັກຊີນ (cold chain) ແລະ ອຸປະກອນໄອທີ ໃຫ້ແກ່ ກະຊວງ ສາທາລະນະສຸກ ແຫ່ງ ສປປ ລາວ, ຊື່ງເປັນຂິດໝາຍອັນສຳຄັນໃນການຮ່ວມມື ລະຫວ່າງ ທັງສອງປະເທດ ໃນວຽກງານສັກວັກຊີນກັນພະຍາດ ໂຄວິດ-19 ແລະ ດ້ານ ສາທາລະນະສຸກ.

ເຖິງວ່າ ກໍລະນີຜູ້ຕິດເຊື້ອ ໂຄວິດ-19 ໃນ ສປປ ລາວ ໄດ້ຫຼຸດລົງກໍ່ຕາມ, ພະຍາດດັ່ງກ່າວ ຍັງເປັນໄພຄຸກຄາມດ້ານສາທາລະນະສຸກ ເເລະ ຕໍ່ການດໍາລົງຊີວິດຂອງປະຊາຊົນ ແລະ ການພັດທະນາດ້ານ ເສດຖະກິດ-ສັງຄົມ ຂອງປະເທດ. ນອກນັ້ນ, ຄວາມເປັນໄປໄດ້ນັ້ນຂອງການເເພ່ລະບາດຢ່າງຮາຍເເຮງອິກຄັ້ງຂອງພະຍາດ ໂຄວິດ-19 ນັ້ນຍັງເປັນສາຍເຫດທີ່ ສປປ ລາວ ຕ້ອງເພີ່ມທະວີຄວາມສາມາດ ໃນການຈັດເກັບວັກຊີນ ແລະ ການສັກວັກຊີນ ໃຫ້ແກ່ປະຊາຊົນ ຢ່າງມີປະສິດທິພາບ.

ທ່ານ ດຣ ບັນດິດ ຊຸມພົນພັກດີ, ຫົວຫນ້າສູນ ຮັກສາສຸຂະພາບ ແມ່ ແລະ ເດັກ, ໄດ້ກ່າວວ່າ: “ສປປ ລາວ ຍັງໃຫ້ຄວາມສໍາຄັນສູງ ຕໍ່ການເຝົ້າລະວັງ ແລະ ເສີມສ້າງຄວາມເຂັ້ມແຂງ ໃນການຮັບມືກັບ ພະຍາດ ໂຄວິດ-19 ເເລະ ບັນຫາສາທາລະນະສຸກອື່ນໆ ຂອງປະເທດ. ດ້ວຍເຫດນີ້, ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໃຫ້ຄວາມສໍາຄັນສູງ ຕໍ່ການສະໜັບສະໜູນ ຈາກ ໂອງການ USAID ໃນຄັ້ງນີ້ ແລະ ພວກເຮົາ ກໍ່ຂໍຂອບໃຈ ອົງການຢູນິເຊັບ ເຊັ່ນດຽວກັນ ທີ່ໄດ້ໃຫ້ການສະໜັບສະໜູນນຢ່າງຕໍ່ເນື່ອງໃນວຽກງານສັກວັກຊີນຂອງ ສປປ ລາວ ຕະຫຼອດໄລຍະຜ່ານມາ.”

ອຸປະກອນລະບົບຄວາມເຢັນເພື່ອເກັບຮັກສາວັກຊີນ ທີ່ສະໜອງໂດຍ ອົງການ USAID ປະກອບມີ: ຕູ້ເຢັນ 150 ໜ່ວຍ ແລະ ຕູ້ແຊ່ແຂງ 50 ໜ່ວຍ ເພື່ອບັນຈຸວັກຊີນ, ຊື່ງຈະຖືກແຈກຢາຍໄປຍັງ ສຸກສາລາ ແລະ ສາງເຢັນເກັບວັກຊີນ ໃນທົ່ວປະເທດ. ອຸປະກອນເຫຼົ່ານີ້ ຈະເສີມຂະຫຍາຍຄວາມສາມາດໃນການຈັດເກັບວັກຊີນຂອງ ສປປ ລາວ ແລະ ເຮັດໃຫ້ສາມາດເກັບຮັກສາທັ້ງ ວັກຊີນກັນພະຍາດ ໂຄວິດ-19 ແລະ ວັກຊີນອື່ນໆໄດ້ຢ່າງປອດໄພ. ນອກຈາກນັ້ນ, ອົງການ USAID ຍັງໄດ້ມອບ ແທັບເລັດ ຈໍານວນ 400 ເຄື່ອງ ແລະ ໂນດບຸກ ຈໍານວນ 70 ເຄື່ອງ ໃຫ້ແກ່ ກະຊວງສາທາລະນະສຸກ, ເຊິ່ງຈະຊ່ວຍພະນັກງານສາທາລະນະສຸກ ໃນການເກັບກຳ ແລະ ລາຍງານຂໍ້ມູນກ່ຽວກັບ ການສັກວັກຊີນກັນພະຍາດ ແລະ ວຽກງານສາທາລະນະສຸກອື່ນໆ, ພ້ອມທັງອຳນວຍຄວາມສະດວກໃນການເຂົ້າເຖິງ ລັກສູດການຮຽນຮູ້ທາງດີຈີຕອລຕ່າງໆ ເພື່ອພັດທະນາຄວາມສາມາດຂອງພະນັກງານສາທາລະນະສຸກ. ການປະກອບສ່ວນອຸປະກອນໃນຄັ້ງນີ້ຈາກອົງການ USAID ມີມູນຄ່າທັ້ງມົດຢູ່ 400,000 ໂດລາ ເເລະ ໄດ້ຖືກຈັດຊື້ຜ່ານການສະໜັບສະໜຸນ ອົງການຢູນິເຊັບ.

ໃນລະຫວ່າງພິທີມອບຮັບ, ທ່ານ ດຣ Kevin Smith, ຮອງຜູ້ຕາງໜ້າອົງການ USAID ປະຈໍາ ສປປ ລາວ, ໄດ້ຍົກໃຫ້ເຫັນເຖິງ ການຮ່ວມມືທີ່ເຂັ້ມແຂງ ລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ. ທ່ານໄດ້ກ່າວວ່າ: “ອົງການUSAID ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮ່ວມມືກັບ ລັດຖະບານ ແຫ່ງ ສປປ ລາວ ແລະ ການປະກອບສ່ວນອຸປະກອນໃນຄັ້ງນີ້ ສະແດງໃຫ້ເຫັນເຖິງ ການຮ່ວມມືທີ່ເຂັ້ມແຂງ ລະຫວ່າງທັງສອງປະເທດຂອງພວກເຮົາ. ພວກເຮົາຫວັງວ່າອຸປະກອນເຫຼົ່ານີ້ ຈະມີບົດບາດອັນສໍາຄັນ ໃນການຊ່ວຍເສີມສ້າງຄວາມສາມາດ ຂອງ ສປປ ລາວ ໃນການຈັດເກັບວັກຊີນຈຳນວນຫຼາຍຂຶ້ນ, ເສີມສ້າງຄວາມເຂັ້ມເເຂງຂອງລະບົບຄວາມເຢັນເພື່ອເກັບຮັກສາວັກຊີນ, ເເລະ ປັບປຸງການປ້ອນຂໍ້ມູນ ແລະ ການຕິດຕາມວຽກງານສັກວັກຊີນ.” ທ່ານຍັງໄດ້ກ່າວຕື່ມວ່າ: “ການທີ່ພວກເຮົາສາມາດສະໜອງວັກຊີນໃນຂັ້ນແຂວງ, ເມືອງ ແລະ ສຸກສາລາ ນັ້ນຈະຊ່ວຍຮັບປະກັນວ່າປະຊາກອນທີ່ມີຄວາມສ່ຽງທີ່ສຸດ ແລະ ປະຊາຊົນໃນເຂດທີ່ເຂົ້າເຖິງຍາກທີ່ສຸດນັ້ນ ສາມາດເຂົ້າເຖິງວັກຊີນໄດ້.”

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...