Homeຂ່າວຕ່າງປະເທດຊາຍຊາວຈີນ ດື່ມເຫຼົ້າແກ້ວໃຫຍ່ບາດດຽວກາງໄລຟສົດແລ້ວເສຍຊີວິດໃນເວລາຕໍ່ມາ

ຊາຍຊາວຈີນ ດື່ມເຫຼົ້າແກ້ວໃຫຍ່ບາດດຽວກາງໄລຟສົດແລ້ວເສຍຊີວິດໃນເວລາຕໍ່ມາ

Published on

ຊາຍຊາວຈີນ ດື່ມເຫຼົ້າແກ້ວໃຫຍ່ບາດດຽວກາງໄລຟສົດທາງອອນລາຍເພື່ອດຶງດູດຄວາມສົນໃຈຕໍ່ຜູ້ຊົມທີ່ເຂົ້າມາເບິ່ງ ແລ້ວເສຍຊີວິດໃນເວລາຕໍ່ມາ.

ຕາມການລາຍງານຂອງ Singtao ສື່ຂ່າວປະເທດຈີນ  ໄດ້ລາຍງານວ່າ: ຫວັງ ໂມ່ເຟິງ ຫຼື ເປັນທີ່ຮູ້ຈັກກັນໃນນາມ “ເຮຍຊານຊຽນ” ເສຍຊີວິດຫຼັງຈາກການດື່ມ ໄປ່ຈິ໋ວ ທີ່ເປັນເຫຼົ້າຈີນ ຫຼັງໄດ້ໄລຟສົດຜ່ານທາງອອນລາຍ.

“ຈ່າວ” ເປັນເຈົ້າຂອງຮ້ານອາຫານ ແລະ ເປັນໝູ່ກັບເຮຍຊານຊຽນ ໄດ້ເດີນທາງຮ່ວມພິທີຊາປະນະກິດສົບຂອງເຮຍຊານຊຽນ ໃນວັນທີ 20 ພຶດສະພາ ທີ່ຜ່ານມາ ໄດ້ໂພສວິດີໂອຂະນະກິນ ແລະ ດື່ມຮ່ວມກັບເຮຍຊານຊຽນຢູ່ເລື່ອຍ.

ໂດຍ ຈ່າວ ໄດ້ກ່າວວ່າ ຮູ້ສຶກຕົກໃຈກັບການຈາກໄປຂອງໝູ່ ແລະ ບໍ່ຄິດວ່າເຮຍຊານຊຽນ ຈະເສຍຊີວິດດ້ວຍສາເຫດນີ້ ເຊິ່ງລາວກໍໄດ້ຂ່າວໃນວັນທີ 19 ພຶດສະພາ ແລະ ເດີນທາງໄປບ້ານເກີດເພື່ອພົບເຮຍຊານຊຽນເປັນຄັ້ງສຸດທ້າຍ.

ຫຼາຍຄົນກໍຕ່າງສົງໃສກັບການເສຍຊີວິດຂອງ ເຮຍຊານຊຽນ ວ່າເປັນເພາະດື່ມເຫຼົ້າຫຼາຍເກີນໄປຫຼືບໍ່ ເຊິ່ງ ຈ່າວ ກໍໄດ້ຕອບວ່າ ລາວໜ້າຈະເສຍຊີວິດໃນວັນທີ 16 ພຶດສະພາ ຫຼັງໄລຟສົດຕອນ 1:00 ໂມງ ແຕ່ກັບພົບວ່າລາວໄດ້ເສຍຊີວິດຕອນ 13:00 ໂມງ ເຊິ່ງກໍບໍ່ຮູ້ວ່າກ່ອນໜ້ານີ້ໄດ້ດື່ມໄປຫຼາຍຊ່ຳໃດ ແຕ່ໃນວິດີໂອເຫັນດື່ມໄປເກືອບ 4 ແກ້ວໃຫຍ່ ໂດຍທີ່ບໍ່ຮາກເລີຍ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...