spot_img
Homeຂ່າວຕ່າງປະເທດເຕືອນໄພ ຖືກງ່ຽງປາປັກມື ສຸດທ້າຍບາດຕິດເຊື້ອຈົນຕ້ອງໄດ້ຕັດແຂນ

ເຕືອນໄພ ຖືກງ່ຽງປາປັກມື ສຸດທ້າຍບາດຕິດເຊື້ອຈົນຕ້ອງໄດ້ຕັດແຂນ

Published on

ເຕືອນໄພ ຜູ້ປ່ວຍຖືກງ່ຽງປາປັກມື ຕໍ່ມາໄດ້ໃຊ້ໄຟລົນແລ້ວເຂ່ຍອອກ ພົບເລືອດໄຫຼເປັນສີດຳ ສຸດທ້າຍບາດຕິດເຊື້ອຈົນໄດ້ຕັດແຂນ.

ວັນທີ 18 ພຶດສະພາ 2023 ໄດ້ມີທ່ານໝໍຈາກປະເທດໄທ ໂພສເຕືອນ ພາຍຫຼັງທີ່ມີຜູ້ປ່ວຍຖືກງ່ຽງປາປັກ ສຸດທ້າຍຕ້ອງຕັດແຂນ.

ໂດຍຜູ້ປ່ວຍໄດ້ເລົ່າໃຫ້ຟັງວ່າ ຕົນກຳລັງສັບເກັດປາອອກ ສັບຄີ ປາດທ້ອງປາ ໃນລະຫວ່າງນັ້ນກໍມີງ່ຽງປາມາປັກມື ປັກເຂົ້າໄປນິ້ວດຽວບໍ່ເລິກຫຼາຍ ແຕ່ໃນເວລານັ້ນກໍບໍ່ໄດ້ລ້າງບາດແຕ່ຢ່າງໃດ ແລ້ວກໍໄດ້ຄົວປາໃຫ້ແລ້ວ ຫຼັງຈາກຄົວປາແລ້ວຈຶ່ງໄດ້ລ້າງບາດທຳມະດາ ບໍ່ໄດ້ໄປຫາໝໍ ຕໍ່ມາເລີ່ມມີອາການເຈັບບາດແຜ ຜ່ານໄປ 2-3 ຊົ່ວໂມງ ກໍມີອາການໜາວສັ່ນຈົນຕ້ອງໄດ້ຫົ່ມຜ່າຫົ່ມ 2-3 ຜືນ ແລະ ຄ່ຳຄືນນັ້ນກໍນອນໜາວໝົດຄືນ ກະວ່າຈະໄປໂຮງໝໍໃນຕອນເຊົ້າ.

ແລ້ວກໍເອົາເຂັມຍິບຜ້າມາລົນໄຟ ແລ້ວເຂ່ຍງ່ຽງປາອອກ ມີເລືຶອດສີດຳອອກມາ ຈຶ່ງບີບເລືອດອອກຈົນເປັນສີແດງ ຈົນບາດບວມ ແລະ ເຈັບຫຼາຍ ຈາກເຫດການດັ່ງກ່າວ ເຮັດໃຫ້ບາດຕິດເຊື້ອຮຸນແຮງ ຈົນໄດ້ຕັດແຂນເບື້ອງທີ່ງ່ຽງປາປັກອອກ.

ຕໍ່ມາທ່ານໝໍ ກໍໄດ້ໃຫ້ຄວາມຮູ້ຕື່ມວ່າ ການຕິດເຊື້ອໃນລັກສະນະນີ້ເອີ້ນວ່າ “ໂຣກແບັກທີເຣຍກິນຊີ້ນຄົນ ຫຼື ໂຣກຊີ້ນເນົ່າ” ເປັນພາວະທີ່ເຮັດໃຫ້ເກີດອາການຕິດເຊື້ອແບັກທີເຣຍຮຸນແຮງໃນຊັ້ນຜິວໜັງ ແລ້ວກະຈາຍໄປຊັ້ນໄຂມັນ ລາມໄປເຖິງກ້າມຊີ້ນ ລະບົບປະສາດ ເສັ້ນເລືອດ ເຮັດໃຫ້ຜິວໜັງຕາຍ ແລ້ວເຊື້ອອາດຂະຫຍາຍໄປອະໄວຍະວະອື່ນ ລວມທັງເຂົ້າກະແສເລືອດ ຈົນເຖິງຂັ້ນເສຍຊີວິດໄດ້.

ສາເຫດທີ່ແບັກທີເຣຍຈະເຂົ້າໄປກັດກິນຊີ້ນເຮົາໄດ້ກໍມາຈາກ ການມີບາດງ່ຽງປາປັກ ຢຽບເປືອກຫອຍ ເສດແກ້ວບາດ ເສດໄມ້ປັກ ໂຕແລນກັດ ແມງຕອດ ບາດໄຟໄໝ້ ລວມໄປເຖິງການໃຊ້ເຂັມສັກຢາໂດຍບໍ່ຜ່ານການຂ້າເຊື້ອກ່ອນ ຫຼື ມີບາດທີ່ຜ່າຕັດມາ ຖ້າມີແບັກທີເຣຍເຂົ້າໄປແລ້ວຕິດເຊື້ອພະຍາດນີ້ ຊີ້ນກໍນະເນົ່າລຸກລາມ ອາດຈະເຮັດໃຫ້ເສຍຊີວິດໄດ້.

ໂຣກນີ້ຕ້ອງໄດ້ຮັບການຮັກສາຢ່າງຮີບດ່ວນ ເພື່ອໃຫ້ທ່ານໝໍໄດ້ຜ່າຕັດເອົາຊີ້ນເນົ່າອອກບໍ່ໃຫ້ມັນລາມໄປຫາສ່ວນອື່ນ ແຕ່ກໍລະນີທີ່ບໍ່ສາມາດເອົາທັນແລ້ວ ກໍຈຳເປັນຕ້ອງໄດ້ຕັດ ແຂນ ນິ້ວ ຫຼື ມື ເພື່ອບໍ່ໃຫ້ເຮົາເສຍຊີວິດ.

ທີ່ມາ dr.nuiz

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...