spot_img
Homeຂ່າວທ້ອງຖິ່ນປະຊຸມຫາລືການກະກຽມສ້າງຕັ້ງເທສະບານທ່າແຂກ

ປະຊຸມຫາລືການກະກຽມສ້າງຕັ້ງເທສະບານທ່າແຂກ

Published on

ກະຊວງພາຍໃນ ຮ່ວມກັບແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການກະກຽມ ແລະ ສະເໜີສ້າງຕັ້ງເທສະບານທ່າແຂກ ໃນວັນທີ 17 ພຶດສະພາ 2023 ເພື່ອເປັນເອກະພາບກັນໃນບາງບັນຫາ ທີ່ຕິດພັນກັບການສ້າງຕັ້ງເທສະບານທ່າແຂກ ເພື່ອສັງລວມຈຸດປະສົງເປົ້າໝາຍ ເພື່ອນໍາເອົາເນື້ອໃນ ຂອງກອງປະຊຸມໃນຄັ້ງນີ້ ໄປລາຍງານ ແລະ ນຳສະເໜີຂັ້ນເທິງ ເພື່ອພິຈາລະນາໃນຂັ້ນຕໍ່ໄປ.

ເຂົ້າຮ່ວມກອງປະຊຸມດັ່ງກ່າວ ມີທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ແລະ ທ່ານ ພິດສະໄໝ ກອງຊາເດດ ປະທານແນວລາວສ້າງຊາດແຂວງ, ທ່ານ ນາງ ອາລີ ບົວຈູມ ຫົວໜ້າພະແນກພາຍໃນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ລົງເລິກໃນ 3 ບັນຫາ ໂດຍສະເພາະ ກົງຈັກການຈັດຕັ້ງຂອງເທສະບານ, ຂອບເຂດເນື້ອທີ່ ຫຼື ພື້ນທີ່ການປົກຄອງຂອງເທສະບານ ແລະ ຈຳນວນບ້ານທີ່ຈະຂຶ້ນກັບເທສະບານ, ເຊິ່ງຕາມການຄົ້ນຄວ້າ ແລະ ສະເໜີ ຂອງແຂວງໃນເບື້ອງຕົ້ນ (ປີ 2018), ກົງຈັກຂອງເທສະບານ ປະກອບມີ 26 ຫ້ອງການຫລຸດລົງ 2 ຫ້ອງການ ຖ້າທຽບໃສ່ເມືອງທ່າແຂກ ເພາະຈະໄດ້ໂອນ 2 ຫ້ອງການດັ່ງກ່າວ ໃຫ້ພະແນກການຂັ້ນແຂວງຮັບຜິດຊອບ ຄື: ຫ້ອງການເຕັກໂນໂລຊີ-ການສື່ສານ ແລະ ຫ້ອງການພະລັງງານ ແລະ ບໍ່ແຮ່ ໂດຍປະຕິບັດຕາມກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ຄື: ເອົາໝົດເມືອງທ່າແຂກ ເປັນເທສະບານ ມີເນື້ອທີ່ປະມານ 986,75 ກິໂລຕາແມັດ, ມີ 91 ບ້ານ (ໃນນັ້ນບ້ານຕົວເມືອງ ມີ 35 ບ້ານ), ມີພົນລະເມືອງທັງໝົດ 103.288 ຄົນ.

ຕິດພັນກັບການກຳນົດເຂດແດນ ໃນຂໍ້ 2 ທີ່ກ່າວມາຂ້າງເທິງນັ້ນ, ຖ້າກຳນົດເອົາສະເພາະເຂດທີ່ເປັນຕົວເມືອງ ຈະປະກອບມີພຽງ 35 ບ້ານເທົ່ານັ້ນ ສ່ວນ 56 ບ້ານທີ່ເຫຼືອ ຕ້ອງໄດ້ໂອນໄປຂຶ້ນກັບເມືອງອື່ນ ຫຼື ຈະໂອນພຽງແຕ່ບ້ານໃດໜຶ່ງເທົ່ານັ້ນ.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...