Homeຂ່າວພາຍ​ໃນຄວາມຄືບໜ້າໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5

ຄວາມຄືບໜ້າໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5

Published on

ການປະຕິບັດໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ມາຮອດປັດຈຸບັນ ມີຄວາມຄືບໜ້າ 72,12% ລື່ນຄາດໝາຍ 0,39%.

ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນ້ຳຂອງ ມິດຕະພາບລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ໃຫ້ຮູ້ວ່າ: ໂຄງການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບລາວ-ໄທ ແຫ່ງທີ 5 ແມ່ນສ້າງຂຶ້ນມາແຕ່ເດືອນສິງຫາ 2019.

ສຳລັບການປະຕິບັດແຜນງານພາຍໃນເດືອນເມສາ 2023 ສັນຍາ 1 ວຽກກໍ່ສ້າງຂົວກາງນ້ຳ ລວມທາເຂົ້າຂົວ ປະກອບມີ: ວຽກສ້ອມແປງທາງຮ່ອມເຂດບ້ານຫາງສິງ, ຕິດຕັ້ງຮົ້ວແຄັມ ແລະ ໜ້າວຽກອື່ນໆ ລວມຄວາມຄືບໜ້າຂອງສັນຍາ 1 ທັງໝົດແມ່ນ 57,05% ປະຕິບັດຕົວຈິງໄດ້ 57,49% ລື່ນແຜນ 0,44%.

ສ່ວນສັນຍາ 2 ແມ່ນໜ້າວຽກງານກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານ ປະກອບດ້ວຍວຽກດິນ, ວຽກໂຄງສ້າງທາງ, ວຽກກໍ່ສ້າງທາງທໍ່ລະບາຍນ້ຳລອດທາງ, ວຽກກໍ່ສ້າງອາຄານດ່ວນ, ວຽກລະບົບຂອງອາຄານ ແລະ ວຽກອື່ນໆ ລວມແຜນພາຍໃນເດືອນ ເທົ່າກັບ 86,51% ປະຕິບັດຕົວຈິງໄດ້ 86,85% ລື່ນແຜນ 0,34% (ສະເລ່ຍຄວາມຄືບໜ້າໝົດ 2 ສັັນຍາ ມາຮອດທ້າຍເດືອນເມສາ 2023 ທັງໝົດແມ່ນ 71,78% ປະຕິບັດຕົວຈິງໄດ້ 72,17% ລື່ນຄາດໝາຍໄດ້ 0,39%).

ສ່ວນວຽກງານຊົດເຊີຍທີ່ດິນໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການ ແລະ ວຽກໄກ່ເກ່ຍສິ່ງກີດຂວາງ ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງຂົວແຫ່ງນີ້ ແມ່ນມີເນື້ອທີ່ດິນສວນຕົ້ນໄມ້ຂອງປະຊາຊົນທັງໝົດ 52,4 ເຮັກຕາ ເປັນມູນຄ່າ 5,33 ຕື້ກວ່າກີບ ໂດຍນຳໃຊ້ທຶນສົມທົບພາຍໃນລັດຖະບານລາວເຂົ້າໃນການຊຳລະສະສາງ, ຜ່ານມາໄດ້ຈ່າຍໃຫ້ປະຊາຊົນຈຳນວນ 4,39 ຕື້ກວ່າກີບ ເທົ່າກັບ 82,40%.

ທັ້ງນີ້ ຄາດວ່າຈະມີການເຊື່ອມຕໍ່ຂົວຢູ່ຈຸດໃຈກາງຂອງຂົວ ຫຼື ໃຈກາງແມ່ນໍ້າຂອງໃນກາງປີ 2023 ແລະ ຈະເປີດໃຫ້ບໍລິການໃນປີ 2024.

ທີ່ມາ ເສດຖະກິດການຄ້າ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...