Homeຂ່າວພາຍ​ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແບບວົງແຄບ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແບບວົງແຄບ

Published on

ໃນຕອນເຊົ້າຂອງວັນທີ 11 ພຶດສະພາ 2023 ທີ່ ລາບວນ ບາໂຈ, ອິນໂດເນເຊຍ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແບບວົງແຄບ.

ໃນກອງປະຊຸມວົງແຄບຄັ້ງນີ້, ຜູ້ນຳອາຊຽນ ໄດ້ຮັບຊາບການລາຍງານຂອງປະທານອາຊຽນ ກໍຄືຫ້ອງການຂອງທູດພິເສດຂອງປະທານອາຊຽນວ່າດ້ວຍມຽນມາ ໃນການອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ລວມທັງການຊ່ວຍເຫຼືອດ້ານມະນຸດສະທໍາໃນມຽນມາ ແລະ ໃນໂອກາດນີ້, ຜູ້ນໍາອາຊຽນ ໄດ້ເຫັນດີຮັບຮອງເອົາຖະແຫຼງການຮ່ວມຂອງຜູ້ນຳອາຊຽນ ກ່ຽວກັບເຫດການໂຈມຕີຂະບວນລົດຂອງສູນປະສານງານອາຊຽນເພື່ອການຊ່ວຍເຫຼືອດ້ານມະນຸດສະທໍາໃນເວລາເກີດໄພພິບັດ ແລະ ທີມງານຕິດຕາມຂອງອາຊຽນໃນມຽນມາ.

ໃນໂອກາດນີ້, ກອງປະຊຸມ ກໍໄດ້ປຶກສາຫາລືປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດເອກະສານແນວຄວາມຄິດອາຊຽນ ກ່ຽວກັບ ອິນໂດ-ປາຊີຟິກ ແລະ ຮັບຊາບຄວາມຄືບຫນ້າຂອງການກະກຽມບູລິມະສິດຕ່າງໆຂອງ ອິນໂດເນເຊຍ ເພື່ອຜັນຂະຫຍາຍເອກະສານດັ່ງກ່າວ ເຊັ່ນ: ຂໍ້ລິເລີ່ມ ເສດຖະກິດແບບມີຫົວຄິດປະດິດສ້າງ, ພື້ນຖານໂຄງລ່າງ, ທຸລະກິດ ແລະ ການລົງທຶນ ແລະ ບົດບາດຂອງຊາວໜຸ່ມໃນການພັດທະນາດີຈີຕອນ ສໍາລັບເປົ້າຫມາຍການພັດທະນາແບບຍືນຍົງ. ພ້ອມນີ້, ບັນດາຜູ້ນໍາອາຊຽນ ກໍໄດ້ຢໍ້າຄືນເຖິງຄວາມສໍາຄັນຂອງຄວາມເປັນແກນກາງຂອງ ອາຊຽນໃນໂຄງການສ້າງຮ່ວມມືຂອງພາກພື້ນ, ໂດຍຜ່ານບັນດາກົນໄກການຮ່ວມທີ່ອາຊຽນສ້າງຕັ້ງຂຶ້ນ.

ພາຍຫລັງສໍາເລັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແບບວົງແຄບ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ພົບປະສອງຝ່າຍ ກັບ ສົມເດັດ ຊຸນຕານ ຮາຈິ ຮາຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ເພື່ອປຶກສາຫາລື ແລະ ຊຸກຍູ້ການພົວພັນຮ່ວມມືສອງຝ່າຍຮ່ວມກັນ.

ແຫຼ່ງຂ່າວ: Medialaos

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...