spot_img
Homeຂ່າວພາຍ​ໃນປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ລັດຖະກິດ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ

ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ລັດຖະກິດ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ

Published on

ໂດຍຕອບສະໜອງຕາມການເຊື້ອເຊີນຂອງພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງຣາຊະອານາຈັກ ກຳປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ເດີນທາງຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກ ກຳປູເຈຍ ໃນລະຫວ່າງວັນທີ 4-5 ພຶດສະພາ 2023.

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງເຖິງນະຄອນຫຼວງພະນົມເປັນ ໃນວັນທີ 4 ພຶດສະພາ 2023; ເຊິ່ງໄດ້ມີພິທີຕ້ອນຮັບຢ່າງເປັນສົມກຽດ ໂດຍພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາ ກະສັດ ແຫ່ງຣາຊະອານາຈັກ ກຳປູເຈຍ ທີ່ພະລາດຊະວັງ.

ພາຍຫຼັງສຳເລັດພິທີຕ້ອນຮັບຢ່າງເປັນທາງການ ກໍໄດ້ມີການພົບປະລະຫວ່າງສອງປະມຸກລັດ ລາວ-ກຳປູເຈຍ. ໃນໂອກາດພົບປະຄັ້ງນີ້, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ດ້ວຍນ້ຳໃຈໄມຕີຈິດມິດຕະພາບອັນປະທັບໃຈ ແລະ ສະແດງຄວາມຂອບໃຈຕໍ່ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ທີ່ໄດ້ໃຫ້ການເຊື້ອເຊີນມາຢ້ຽມຢາມລັດຖະກິດ ທີ່ຣາຊະອານາຈັກ ກໍາປູເຈຍ ເປັນຄັ້ງທຳອິດ, ພາຍຫຼັງໄດ້ຮັບຕຳແໜ່ງປະທານປະເທດ, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນ ລະຫວ່າງສອງປະເທດ ລາວ-ກຳປູເຈຍ ; ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ສົມ ເດັດ ພະມານດາຂອງພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນອັນດີຖານອ້າຍນ້ອງທີ່ມີມູນເຊື້ອ ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ກຳປູເຈຍ, ພ້ອມທັງມີຄວາມເຂົ້າອົກເຂົ້າໃຈກັນສູງ ຕໍ່ການພົວພັນສອງຝ່າຍບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດກໍຄືໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ.

ການພົບປະຄັ້ງນີ້, ໄດ້ເປັນພື້ນຖານອັນໜັກແໜ້ນຕໍ່ການເພີ່ມທະວີສາຍພົວພັນຮອບດ້ານລະຫວ່າງສອງປະເທດ ກໍຄືປະຊາຊົນສອງຊາດ. ໃນຕອນທ້າຍ, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ເຊື້ອເຊີນ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມສີຫາມຸນີ ສະເດັດ ຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ ເພື່ອເປັນການປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນ ລະຫວ່າງ ສອງປະເທດໃນໄລຍະໃໝ່ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ. ຈາກນັ້ນ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ນໍາພາຄະນະເຂົ້າວາງພວງມາລາທີ່ອານຸສາວະລີເອກະລາດ ແລະ ອານຸສາວະລີ ພະບາດສົມເດັດ ໂນໂຣດົມ ສີຫານຸ.

ໃນວັນດຽວກັນ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ພ້ອມຄະນະ ໄດ້ພົບປະກັບ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ແລະ ສົມເດັດ ວິບູນ ເສນາແພະກະໄດຊາຍຊຸມ ປະທານສະພາສູງ ແຫ່ງ ຣາຊະອານາ ຈັກກຳປູເຈຍ.

ໃນໂອກາດພົບປະຄັ້ງນີ້, ສອງຝ່າຍໄດ້ແຈ້ງສະພາບການໂດຍຫຍໍ້ ໃນການພັດທະນາເສດ ຖະກິດ-ສັງຄົມ ຂອງແຕ່ລະປະເທດໃຫ້ກັນຊາບ, ສະແດງຄວາມຊົມເຊີຍຕໍ່ການຮ່ວມມືທີ່ມີຜົນສຳເລັດ ໃນໄລຍະຜ່ານມາ ໂດຍສະເພາະ ພາຍຫລັງການຍົກລະດັບສາຍພົວພັນ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ. ພ້ອມນັ້ນ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ຕໍ່ກັບສະພາບການຢູ່ໃນພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈຮວ່ມກັນ.

ທີ່ມາ ຄວາມສະຫງົບ Lao Security News

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...