spot_img
Homeຂ່າວຕ່າງປະເທດນັກສຶກສາຊາຍລັກກິນກ້ວຍທີ່ເປັນສິລະປະລາຄາ 120.000 ໂດລາ

ນັກສຶກສາຊາຍລັກກິນກ້ວຍທີ່ເປັນສິລະປະລາຄາ 120.000 ໂດລາ

Published on

ງານສິລະປະໝາກກ້ວຍ ລາຄາ 120.000 ໂດລາ ຫຼື ປະມານ 2 ຕື້ກີບ ຖືກນັກສຶກສາກິນກາງພິພິຕະພັນ ຫຼັງຖືກຈັບໄດ້ຈຶ່ງຍອມຮັບວ່າຍ້ອນຕົນເອງຫິວ.

ໝາກກ້ວຍສຸກ ທີ່ຖືກນຳມາສະແດງເປັນຜົນງານສິລະປະ ທີ່ຕິດໄວ້ຢູ່ຝາຂອງພິພິຕະພັນສິລະປະ  Leeum Museum of Art ໃນກຸງໂຊ ປະເທດເກົາຫຼີໃຕ້ ເປັນຜົນງານພາຍໃຕ້ຊື່ “Comedian” ໂດຍສິລະປິນອິຕາລີ Maurizio Cattelan ສະທ້ອນໃຫ້ເຫັນເຖິງດ້ານສິລະປະເກົາຫຼີແບບດັ້ງເດີມ ແລະ ສິລະປະຮ່ວມສະໄໝ.

ພໍມາໃນວັນທີ 27 ເມສາ ໄດ້ເກີດເຫດການ ໂດຍນັກສຶກສາ ໂນ ຮະຢອນຊູ ຈາກມະຫາວິທະຍາໄລແຫ່ງຊາດໂຊ (Seoul National University) ຈັບກ້ວຍມາປອກກິນ ໂດຍບໍ່ຄຳນຶງເຖິງຄວາມຜິດ ກ່ອນທີ່ຈະປົກປ້ອງໂຕເອງໄດ້ການອ້າງວ່າ “ຫິວເພາະບໍ່ໄດ້ກິນເຂົ້າເຊົ້າ”.

ຫຼັງຈາກທີ່ນັກສຶກສາຄົນນີ້ກິນແລ້ວ ກໍໄດ້ຕິດເປືອກກ້ວຍເຂົ້າໄປຄືນ ແລະ ຕິດສະກັອດເຂົ້າຕື່ມ.

David Datuna with the remains of the artwork “Comedian” by the artist Maurizio Cattelan at Art Basel in Miami Beach, on Saturday.

ທາງດ້ານເຈົ້າຂອງຜົນງານກໍອອກມາເວົ້າວ່າ ມັນບໍ່ແມ່ນບັນຫາເລີຍ ແລະ ນີ້ບໍ່ແມ່ນຄັ້ງທຳອິດທີ່ມີຄົນມາກິນຜົນງານສິລະປະຂອງລາວ.

ທີ່ມາ The New York times

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...