spot_img
Homeຂ່າວພາຍ​ໃນສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍແຂວງບໍ່ແກ້ວ

ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍແຂວງບໍ່ແກ້ວ

Published on

ວັນທີ 25 ເມສາ 2023, ນະຄອນຫຼວງວຽງຈັນ, ສປປ ລາວ – ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ຂອງ ສະຫະພັນແມ່ຍິງລາວ ທີ່ໄດ້ຮັບການສະໜັບສະໜູນຈາກອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ແລະ ລັດຖະບານອົດສະຕຣາລີ ໄດ້ເປີດຂຶ້ນເປັນທາງການທີ່ ແຂວງບໍ່ແກ້ວ ໃນວັນທີ 20 ເມສາ 2023 ທີ່ຜ່ານມາ. ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ແຫ່ງນີ້ ເປັນສູນແຫ່ງທີ 3 ຂອງລັດຖະບານເພື່ອປົກປ້ອງຜູ້ລອດຊີວິດຈາກຄວາມຮຸນແຮງໃນທົ່ວປະເທດ.

ສູນໃຫ້ຄໍາປຶກສາແຫ່ງດັ່ງກ່າວມີຄວາມສຳຄັນເປັນພິເສດ ເນື່ອງຈາກແຂວງບໍ່ແກ້ວເອງມີຈຳນວນຫຼາຍບ້ານທີ່ຢູ່ເຂດຫ່າງໄກສອກຫຼີກ, ມີຄວາມຫຼາກຫຼາຍທາງດ້ານຊົນເຜົ່າ, ເປັນເຂດທີ່ຢູ່ໃກ້ກັບເຂດເສດຖະກິດພິເສດ ແລະ ປະເທດເພື່ອນບ້ານ ເຊິ່ງເຮັດໃຫ້ເຂດດັ່ງກ່າວເປັນເຂດທີ່ມີການເຄື່ອນຍ້າຍຂອງຜູ້ຄົນເປັນຈໍານວນຫຼາຍ.

ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານ​ຄະນະ​ບໍລິຫານສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ກ່າວວ່າ: ແຂວງບໍ່ແກ້ວ ເປັນແຂວງໜຶ່ງທີ່ມີແມ່ຍິງ ທີ່ເຮັດວຽກຢູ່ຕາມຮ້ານອາຫານ ແລະ ສະຖານທີ່ບັນເທິງພາຍໃນແຂວງ ແລະ ມີແຮງງານເຄື່ອນຍ້າຍໄປຕ່າງປະເທດ ແລະ ມີແຮງງານເຄື່ອນຍ້າຍເຂົ້າມາປະເທດ ເຊິ່ງເຮັດໃຫ້ແມ່ຍິງ ເກີດມີການຖືກເອົາປຽບ, ມີການຖືກຕົວະຍົວະ, ການຂາຍບໍລິການ ແລະ ເກີດການໃຊ້ຄວາມຮຸນແຮງ. ສູນດັ່ງກ່າວນີ້ ຈະເປັນບ່ອນຊ່ວຍເຫຼືອແມ່ຍິງ ແລະ ເດັກຍິງ ທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ແລະ ເປັນບ່ອນໃຫ້ການບໍລິການຊ່ວຍເຫຼືອໃນດ້ານຕ່າງໆ ເຊັ່ນ: ການໃຫ້ຄໍາປຶກສາ, ການຊ່ວຍເຫຼືອເບື້ອງຕົ້ນທາງດ້ານສຸຂະພາບ, ການໃຫ້ທີ່ພັກພິງຊົ່ວຄາວ ແລະ ນອກຈາກນັ້ນ ກໍ່ຈະເປັນບ່ອນຝຶກວິຊາຊີບໃຫ້ແມ່ຍິງຜູ້ທີ່ຖືກເຄາະຮ້າຍ ແລະ ແມ່ຍິງຜູ້ດ້ອຍໂອກາດ.

ສູນແຫ່ງນີ້ ສາມາດເປັນທີ່ພັກອາໄສຊົ່ວຄາວຮອງຮັບຜູ້ລອດຊີວິດຈາກຄວາມຮຸນແຮງ ຫຼື ຜູ້ທີ່ມີຄວາມສ່ຽງຕໍ່ຄວາມຮຸນແຮງ ຫຼື ການຄ້າມະນຸດໂດຍບໍ່ຈຳແນກເພດ. ຢູ່ ສປປ ລາວ, ຜູ້ທີ່ຊອກຫາບ່ອນລີ້ໄພສ່ວນຫຼາຍແມ່ນແມ່ຍິງ ແລະ ເດັກຍິງ (ບາງຄັ້ງແມ່ນແມ່ຍິງທີ່ມີລູກ) ທີ່ຫຼົບໜີຈາກສະຖານະການຮຸນແຮງ ຫຼື ການຖືກກົດຂີ່ຂູດຮີດ. ສູນນີ້ ຈະປົກປ້ອງຜູ້ລອດຊີວິດໃຫ້ປອດໄພຈາກຜູ້ກະທໍາ ແລະ ເບິ່ງແຍງພວກເຂົາໃນການຟື້ນຕົວ.

ຢູ່ໃນ ສປປ ລາວ, ໂດຍສະເລ່ຍ ໃນແມ່ຍິງ 10 ຄົນ ທີ່ປະສົບກັບຄວາມຮຸນແຮງ, ຈະມີເຖິງ 7 ຄົນທີ່ບໍ່ພະຍາຍາມຊອກຫາການຊ່ວຍເຫຼືອຈາກຊ່ອງທາງການຊ່ວຍເຫຼືອທີ່ເປັນທາງການ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...