Homeຂ່າວພາຍ​ໃນຫຼວງພະບາງ ມີທ່າແຮງທີ່ສາມາດດຶງດູດ ນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ

ຫຼວງພະບາງ ມີທ່າແຮງທີ່ສາມາດດຶງດູດ ນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ

Published on

ແຂວງຫຼວງພະບາງ ມີແຫຼ່ງທ່ອງທ່ຽວທີ່ຫຼາກຫຼາຍ ມີທ່າແຮງ ດ້ານການທ່ອງທ່ຽວທີ່ພົ້ນເດັ່ນ ສາມາດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມຫຼວງພະບາງ ເປັນຈຳນວນຫຼາຍ, ທົ່ວແຂວງມີແຫຼ່ງທ່ອງທ່ຽວທັງໝົດ 228 ແຫ່ງ. ໃນນັ້ນ ແຫຼ່ງທ່ອງທ່ຽວທຳມະຊາດ 111 ແຫ່ງ, ວັດທະນະທຳ 78 ແຫ່ງ ແລະ ແຫລ່ງທ່ອງທ່ຽວທາງປະຫວັດສາດ 39 ແຫ່ງ.

อาจเป็นรูปภาพของ 1 คน

ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນ ນີ້ວ່າ: ຫຼວງພະບາງ ເປັນຈຸດໝາຍປາຍທາງການທ່ອງທ່ຽວ ຂອງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ, ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ ທີ່ຫຼາກຫຼາຍ, ໃນນັ້ນ ແຫຼ່ງທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຫຼາຍຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ແມ່ນແຫຼ່ງທ່ອງທ່ຽວທາງວັດທະນະທຳ ແລະ ທຳມະຊາດ ເປັນຕົ້ນ ຕາດກວາງຊີ, ວັດຊຽງທອງ, ພູສີ, ວັດວາອາຮາມ, ຫໍພິພິທະພັນ, ຖໍ້າຕິ່ງ, ຕາດຮ້ອຍຄົວ. ນອກຈາກນີ້, ຍັງມີກິດຈະກຳຕ່າງໆ ທີ່ເປັນເອກະລັກສະເພາະຂອງຊາວຫຼວງພະບາງ ເຊັ່ນ: ການໃສ່ບາດ, ການນຸ່ງເຄື່ອງແບບບູຮານ, ອາຫານການກິນ, ວິຖີຊີວິດຂອງປະຊາຊົນທ້ອງຖິ່ນ, ໄລຍະ 2 ປີຜ່ານມາ, ມີນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມແຂວງຫຼວງພະບາງ ທັງໝົດ 883.096 ເທື່ອຄົນ. ໃນນີ້, ນັກທ່ອງທ່ຽວພາຍໃນ 483.765 ເທື່ອຄົນ, ນັກທ່ອງທ່ຽວສາກົນ 399.331 ເທື່ອຄົນ, ສະເລ່ຍຄ່າໃຊ້ຈ່າຍຂອງນັກທ່ອງທ່ຽວ ໄດ້ປະມານ 336 ລ້ານກວ່າໂດລາສະຫະລັດ.

ຄຽງຄູ່ກັນນີ້ ທົ່ວແຂວງຫຼວງພະບາງ ມີໂຮງແຮມ, ຣີສອດ 97 ແຫ່ງ, ເຮືອນພັກ 400 ຫຼັງ, ຮ້ານອາຫານ 311 ຮ້ານ, ມີບໍລິສັດທ່ອງທ່ຽວ 97 ບໍລິສັດ, ຮ້ານບັນເທີງ 19 ຮ້ານ, ຮ້ານນວດ ແລະ ສະປາ 36 ຮ້ານ, ມີພະນັກງານນໍາທ່ຽວລະດັບຊາດ 553 ຄົນ, ຍິງ 126 ຄົນ ແລະ ພະນັກງານນໍາທ່ຽວລະດັບແຂວງ ຈໍານວນ 41 ຄົນ, ຍິງ 11 ຄົນ.

ທີ່ມາ ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...