Homeແຈ້ງການແຈ້ງການ ປິດການສັນຈອນເທິງຫນ້າຂົວຊົ່ວຄາວໄລຍະສ້ອມແປງ ຂົວນໍ້າມອນ ເມືອງວັງວຽງ ແຂວງວຽງຈັນ

ແຈ້ງການ ປິດການສັນຈອນເທິງຫນ້າຂົວຊົ່ວຄາວໄລຍະສ້ອມແປງ ຂົວນໍ້າມອນ ເມືອງວັງວຽງ ແຂວງວຽງຈັນ

Published on

ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ວຽງຈັນ ໄດ້ອອກແຈ້ງການກ່ຽວກັບການປິດການສັນຈອນເທິງຫນ້າຂົວຊົ່ວຄາວໄລຍະສ້ອມແປງ ຂົວນໍ້າມອນ ເມືອງວັງວຽງ ແຂວງວຽງຈັນ.

– ອີງຕາມ ຂໍ້ຕົກລົງຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 7855/ຍທຂ, ລົງວັນທີ 04 ເມສາ 2022 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ແລະທນະຄອນຫຼວງ:
– ອີງຕາມ ແຈ້ງການຂອງກົມຂົວທາງ ສະບັບເລກທີ 09227/ກຂທ, ລົງວັນທີ 11 ເມສາ 2023 ກ່ຽວກັບ ການ ປິດຊ່ອງການສັນຈອນຊົ່ວຄາວ ເພື່ອສ້ອມແປງ ຂົວນໍ້າມອນ ເມືອງວັງວຽງ ແຂວງວຽງຈັນ.


ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານຜູ້ທີ່ນໍາໃຊ້ ຂົວນໍ້າ ມອນ ເມືອງວຽງວັງ ແຂວງວຽງຈັນ ຊາບວ່າ: ໂຄງການ ປັບປຸງຂີດຄວາມສາມາດໃນການສ້ອມແປງ ແລະ ຄຸ້ມຄອງ ຂົວ ( JICA-BMM ) ເຊີ່ງເປັນທືນຊ່ວຍເຫຼືອຈາກລັດຖະບານ ຍີ່ປຸ່ນ, ໃນປັດຈຸບັນ ຂົວນໍ້າມອນ ກໍາລັງຢູ່ໃນໄລຍະ ການສ້ອມແປງ ແລະ ຈະໄດ້ປິດຊ່ອງທາງຂອງການສັນຈອນຫນັກ (ນໍ້າຫນັກເກີນ 4 ໂຕນ) ທັງສອງຊ່ອງທາງ ແລະ ປິດຫນຶ່ງຊ່ອງທາງຂອງການສັນຈອນລົດເບົາ (ນໍ້າຫນັກຫນ້ອຍກວ່າ 4 ໂຕນ) ໃນລະຫວ່າງວັນທີ 20-29 ເມສາ 2023 ເພື່ອຮັບປະກັນການສ້ອມແປງໃຫ້ຖືກຕ້ອງຕາມເຕັກນິກ ແລະ ຮັບປະກັນຄວາມປອດໄພໃນໄລຍະການສ້ອມແປງ.

ຫມາຍເຫດ: ການນໍາໃຊ້ທາງເວັ້ນລົດຫນັກແມ່ນນໍາໃຊ້ທາງດ່ວນ ສະຖານີວັງວຽງ ແລະ ສະຖານີວັງຄີ ໃນໄລຍະການ ປິດຊົ່ວຄາວ. (ມີຮູບພາບຕົວຢ່າງຕິດຄັດມາພ້ອມ)
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຮັບຊາບຢ່າງທົ່ວເຖິງດ້ວຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...